ຍ່າງໄປເລື້ອຍໆ
ໃກ້ຮອດເວລາຫ້າໂມງແລງແລ້ວ ຂ້ອຍເລີ່ມຍ່າງອອກຈາກບ້ານມຸ່ງໜ້າໄປທີ່ສວນສາທາລະນະໜຶ່ງດຽວໃນເມືອງທີ່ທຸກຄົນມາໃຊ້ຮ່ວມກັນ. ແສງອາທິດສອດສ່ອງຜ່ານຍອດພູເຂົາເຂົ້າມາສູ່ຕົວເມືອງນ້ອຍໆຢູ່ໃນຫ່ອມພູຫຼວງ ແລະ ທ້ອງຟ້າສີຄາມອັນປອດໂປ່ງ ເປັນພາບຍາມແລງທີ່ຂ້ອຍຍັງຮູ້ສຶກຫຼົງໄຫຼທຸກໆຄັ້ງທີ່ຊົມເຫັນ. ຖະໜົນມີລົດແລ່ນຜ່ານໄປມາບໍ່ຂາດສາຍແຕ່ກໍ່ບໍ່ໄດ້ໜາແໜ້ນ, ຜູ້ຄົນກຳລັງກັບບ້ານຈາກບ່ອນເຮັດວຽກແລະຮ້ານຄ້າ. ສາຍລົມເບົາໆບວກກັບອາກາດເຢັນໆພັດມາກະທົບກັບໃບໜ້າຂອງຂ້ອຍ ຂະນະທີ່ກຳລັງຍ່າງຕາມຂ້າງຖະໜົນກັບສາຍຟັງຫູສັງເກດເບິ່ງລົດທີ່ແລ່ນຜ່ານໄປມາ ພໍຮູ້ສຶກຕົວອີກທີບົດເພງທີ່ຂ້ອຍພວມເພີດເພີນນຳກໍ່ປ່ຽນໄປສູ່ເພງໃໝ່ແລ້ວ. ຂ້ອຍມາຮອດສວນສາທາລະນະກ່ອນເພື່ອນຂອງຂ້ອຍຕາມເຄີຍ. ຂ້ອຍເປັນຄົນທີ່ບໍ່ມັກການລໍຖ້າ ແຕ່ທີ່ບໍ່ມັກຍິ່ງກວ່າຄືການໃຫ້ຄົນອື່ນມາລໍຖ້າຂ້ອຍ. ມີສອງສາມຄັ້ງທີ່ລາວມາລໍຖ້າຂ້ອຍກ່ອນ ເຮັດໃຫ້ຂ້ອຍຮ້ອນຮົນຕ້ອງຮີບອອກໄປແລະຮູ້ສຶກຂໍໂທດ. ຂ້ອຍມານັ່ງຢູ່ບ່ອນນັ່ງພັກ ເບິ່ງພາບຮອບຕົວໄປເພີນໆ ແລະ ລະເມີຄິດໃນສິ່ງຕ່າງໆທີ່ຜ່ານເຂົ້າມາໃນຫົວບໍ່ເທົ່າໃດເພື່ອນຂອງຂ້ອຍກໍ່ປາກົດຕົວຢູ່ຕໍ່ໜ້າແລ້ວ. ການລໍຖ້າແບບນີ້ກໍ່ບໍ່ໄດ້ໜ້າເບ...