ຍ່າງໄປເລື້ອຍໆ
ໃກ້ຮອດເວລາຫ້າໂມງແລງແລ້ວ ຂ້ອຍເລີ່ມຍ່າງອອກຈາກບ້ານມຸ່ງໜ້າໄປທີ່ສວນສາທາລະນະໜຶ່ງດຽວໃນເມືອງທີ່ທຸກຄົນມາໃຊ້ຮ່ວມກັນ. ແສງອາທິດສອດສ່ອງຜ່ານຍອດພູເຂົາເຂົ້າມາສູ່ຕົວເມືອງນ້ອຍໆຢູ່ໃນຫ່ອມພູຫຼວງ ແລະ ທ້ອງຟ້າສີຄາມອັນປອດໂປ່ງ ເປັນພາບຍາມແລງທີ່ຂ້ອຍຍັງຮູ້ສຶກຫຼົງໄຫຼທຸກໆຄັ້ງທີ່ຊົມເຫັນ. ຖະໜົນມີລົດແລ່ນຜ່ານໄປມາບໍ່ຂາດສາຍແຕ່ກໍ່ບໍ່ໄດ້ໜາແໜ້ນ, ຜູ້ຄົນກຳລັງກັບບ້ານຈາກບ່ອນເຮັດວຽກແລະຮ້ານຄ້າ. ສາຍລົມເບົາໆບວກກັບອາກາດເຢັນໆພັດມາກະທົບກັບໃບໜ້າຂອງຂ້ອຍ ຂະນະທີ່ກຳລັງຍ່າງຕາມຂ້າງຖະໜົນກັບສາຍຟັງຫູສັງເກດເບິ່ງລົດທີ່ແລ່ນຜ່ານໄປມາ ພໍຮູ້ສຶກຕົວອີກທີບົດເພງທີ່ຂ້ອຍພວມເພີດເພີນນຳກໍ່ປ່ຽນໄປສູ່ເພງໃໝ່ແລ້ວ.
ຂ້ອຍມາຮອດສວນສາທາລະນະກ່ອນເພື່ອນຂອງຂ້ອຍຕາມເຄີຍ. ຂ້ອຍເປັນຄົນທີ່ບໍ່ມັກການລໍຖ້າ ແຕ່ທີ່ບໍ່ມັກຍິ່ງກວ່າຄືການໃຫ້ຄົນອື່ນມາລໍຖ້າຂ້ອຍ. ມີສອງສາມຄັ້ງທີ່ລາວມາລໍຖ້າຂ້ອຍກ່ອນ ເຮັດໃຫ້ຂ້ອຍຮ້ອນຮົນຕ້ອງຮີບອອກໄປແລະຮູ້ສຶກຂໍໂທດ. ຂ້ອຍມານັ່ງຢູ່ບ່ອນນັ່ງພັກ ເບິ່ງພາບຮອບຕົວໄປເພີນໆ ແລະ ລະເມີຄິດໃນສິ່ງຕ່າງໆທີ່ຜ່ານເຂົ້າມາໃນຫົວບໍ່ເທົ່າໃດເພື່ອນຂອງຂ້ອຍກໍ່ປາກົດຕົວຢູ່ຕໍ່ໜ້າແລ້ວ. ການລໍຖ້າແບບນີ້ກໍ່ບໍ່ໄດ້ໜ້າເບື່ອເທົ່າໃດ ເພາະຂ້ອຍໄດ້ໃຊ້ເວລາກັບຕົວເອງຫຼາຍຂື້ນ.
ພວກເຮົາເລີ່ມຍ່າງຮອບສວນສາທາລະນະ ແລະ ລາວກໍ່ເລີ່ມເລົ່າເລື່ອງລາວຕ່າງໆທີ່ລາວໄດ້ພົບໃຫ້ຂ້ອຍຟັງເໝືອນກັບທຸກຄັ້ງທີ່ພວກເຮົາພົບກັນ. ຂ້ອຍຮູ້ສຶກປະທັບໃຈກັບຄວາມສາມາດໃນການສັນຫາເລື່ອງມາເລົ່າ ແລະ ເລື່ອງລາວຂອງລາວ ເຖິ່ງວ່າບາງເລື່ອງຂ້ອຍຈະເຄີຍຟັງມາແລ້ວຫຼາຍຫົນ. ລາວເປັນຄົນທີ່ໃຫ້ຄວາມສົນໃຈໃນເລື່ອງເລັກນ້ອຍ ແລະ ໃຫ້ຄວາມສຳຄັນກັບຜູ້ຄົນທີ່ລາວພົບເຈີ. ຂ້ອຍອອກຄວາມຄິດເຫັນກັບເລື່ອງທີ່ລາວເລົ່າເປັນບາງຄັ້ງຄາວ ແຕ່ບໍ່ຄ່ອຍໄດ້ເລົ່າເລື່ອງຂອງຕົນເອງໃຫ້ລາວຟັງຫຼາຍ, ບາງຄັ້ງທີ່ເລົ່າກໍ່ເປັນການເລົ່າໃນແບບສະຫຼຸບເລື່ອງຫຼາຍກວ່າ. ການໄດ້ຟັງຄົນອື່ນເລົ່າເລື່ອງຂອງຕົນເອງອອກມາໄດ້ແບບເປີດເຜີຍແລະເປັນທຳມະຊາດ ເຮັດໃຫ້ຂ້ອຍຮູ້ສຶກປະທັບໃຈສະເໝີ ເພາະມັນເປັນສິ່ງທີ່ຂ້ອຍບໍ່ສາມາດເຮັດໄດ້. ຖ້າທັກສະຕ່າງໆບໍ່ໄດ້ມີຍ້ອນພອນສະຫວັນແຕ່ເປັນການຝຶກຝົນ ຂ້ອຍຄິດວ່າຕົນເອງຂາດການຝຶກທັກສະການເລົ່າເລື່ອງ ແລະ ການຖ່າຍທອດຄວາມຄິດເຫັນຂອງຕົນເອງ ເພາະການເລົ່າເລື່ອງໃນສິ່ງທີ່ຕົນໄດ້ພົບເຈີຂອງສະມາຊິກຄອບຄົວແມ່ນບໍ່ຄ່ອຍມີ ແລະ ເພື່ອນໃນໄວເດັກຂອງຂ້ອຍກໍ່ຄືເອື້ອຍສອງຄົນທີ່ໃຊ້ຊີວິດຮ່ວມກັນທຸກໆມື້ຈຶ່ງບໍ່ມີເຫດຜົນທີ່ຕ້ອງເລົ່າເລື່ອງໃຫ້ກັນຟັງ.
ພວກເຮົາຍ່າງອອກມາຈາກສວນສາທາລະນະ ໄປຕາມທາງເພື່ອໄປທີ່ສວນແກ້ວຫຼັກເມືອງ, ການສົນທະນາຍັງສືບຕໍ່ໄປ ແລະ ຢຸດເປັນບາງຄັ້ງຄາວເພື່ອຕັ້ງໃຈຟັງເພງທີ່ແລ່ນຜ່ານສາຍຟັງຫູເຂົ້າມາໃນຫ້ວງຄວາມຮູ້ສຶກ.....ແລ້ວບົດສົນທະນາກ່ຽວກັບບົດເພງທີ່ພວກເຮົາມັກຕໍ່ໄປຍັງລະຄອນທີ່ເຄີຍເບິ່ງກໍ່ສອດແສກເຂົ້າມາໃນບົດສົນທະນາຂອງພວກເຮົາ. ທ້ອງຟ້າເລີ່ມມືດລົງແລ້ວ ພວກເຮົາເລີ່ມຍ່າງໄປຕາມແຄມແມ່ນ້ຳຊຳ. ໃບໄມ້ສີຂຽວແກ່ຂອງຕົ້ນສົນໃນຍາມນີ້ເປັນສີດຳມືດເມື່ອປາສະຈາກແສງສະຫວ່າງຂອງດວງອາທິດ, ສຳຜັດຂອງສາຍລົມທີ່ເບົາບາງໃນຊົ່ວໂມງກ່ອນ ຕອນນີ້ເຢືອກເຢັນເມື່ອຢູ່ໃກ້ແມ່ນ້ຳ ແລະ ອຸ່ນຫະພູມທີ່ຕ່ຳລົງ. ເມື່ອຍ່າງມາຮອດທາງແຍກທີ່ຂົວນ້ຳຊຳສອງ ພວກເຮົາກໍ່ບອກລາ ແລະ ແຍກຍ້າຍກັນກັບບ້ານ. ເປັນການພົບເຈີກັນໃນໄລຍະເວລາສັ້ນໆ ແລະ ແລກປ່ຽນ (ຮັບຟັງ) ເລື່ອງລາວນຳກັນເລັກນ້ອຍ ແຕ່ກໍ່ເຮັດໃຫ້ຮູ້ສຶກດີ ແລະ ມີແຮງຂື້ນ. ວ່າກັນວ່າ ການແບ່ງປັນເລື່ອງລາວໃຫ້ກັນ ເຮັດໃຫ້ຄົນເຮົາສະໜິດສະໜົມ ແລະ ເຂົ້າໃຈກັນຫຼາຍຂື້ນ, ຂ້ອຍຫວັງວ່າຕົນເອງຈະບໍ່ໃຊ້ເວລາດົນເກີນໄປໃນການຝຶກທັກສະນີ້ເພື່ອສ້າງຄວາມສຳພັນທີ່ດີຂື້ນກັບຄົນຮອບຕົວ.
Comments
Post a Comment