ຢາກຢຸດເວລາ

ເຈົ້າເຄີຍຮູ້ສຶກບໍ? ຄວາມຮູ້ສຶກທີ່ວ່າ “ຂ້ອຍຢາກຢຸດເວລານະຕອນນີ້ໄວ້”.

ທີ່ໜ້າເຄົາເຕີ, ລາວນັ່ງຢູ່ຕັ່ງອີກຕົວດ້ານຊ້າຍຂ້າງໆຂ້ອຍພ້ອມກັບກີຕ້າ ລາວຫຼີ້ນເພງນີ້ແລ້ວຕໍ່ເພງນັ້ນທີ່ຂ້ອຍບໍ່ຮູ້ຈັກ. ລາວເປັນມືກີຕ້າທີ່ບາງຄັ້ງເຮັດໃຫ້ຂ້ອຍຢາກຮຽນຫຼີ້ນມັນ. ເວລາຜ່ານໄປສັກພັກລາວກໍ່ເວົ້າຂື້ນວ່າ "ມາ! ນ້ອງຮ້ອງເພງດຽວອ້າຍຫຼີ້ນກີຕ້າໃຫ້",  ຂ້ອຍຕອບ "ບໍ່ລະ, ສຽງນ້ອງບໍ່ມ່ວນ ແລະ ກໍ່ຮ້ອງບໍ່ໄດ້ຈັກເພງ" ພ້ອມກັບສຽງຫົວແຫ້ງໆ. ຂ້ອຍເບິ່ງມືທີ່ຖືປື້ມສະເກັດຮູບກັບສໍ ແລະ ຄິດຕໍ່ໜ້ອຍໜຶ່ງແລ້ວເວົ້າຂື້ນພ້ອມກັບຮອຍຍີ້ມ "ອ້າຍຫຼີ້ນກີຕ້າ ດຽວນ້ອງສະເກັດຮູບອ້າຍຫຼີ້ນ". ລາວຫົວເບົາໆ ແລະ ຕອບ “ຕົກລົງ”. ລາວຫຼີ້ນກີຕ້າໄປເລື້ອຍໆ ເບິ່ງຕົງໄປຂ້າງໜ້າແລະກົ້ມລົງເບິ່ງສາຍກີຕ້າເປັນບາງຄັ້ງຄາວໂດຍບໍ່ໄດ້ຫັນມາເບິ່ງຂ້ອຍທີ່ຈ້ອງລາວຢູ່ຕະຫຼອດເວລາເພື່ອເກັບລາຍລະອຽດເຂົ້າພາບສະເກັດ. ນີ້ເປັນຄັ້ງແລກທີ່ຂ້ອຍສະເກັດຮູບຄົນໂດຍຕົງແບບນີ້, ສິ່ງທີ່ພິເສດຂອງການແຕ້ມຮູບຄືເຮົາຈະສັງເກດເຫັນລາຍລະອຽດຕ່າງໆທີ່ໃນເວລາທົ່ວໄປເຮົາບໍ່ຄ່ອຍໄດ້ສັງເກດເຫັນ ແລະ ນັ້ນເຮັດໃຫ້ຂ້ອຍຮູ້ສຶກອັດສະຈັນໃຈສະເໝີ. ໃນຂະນະທີ່ສະເກັດພາບ ຂ້ອຍຮູ້ສຶກວ່າຕົວລາວຈະເກງໜ້ອຍໜຶ່ງເປັນບາງເວລາ ເຖິ່ງວ່າລາວຈະພະຍາຍາມທຳຕົວສະບາຍໆເປັນທຳມະຊາດແລ້ວກໍ່ຕາມ ແຕ່ລາວກໍ່ບໍ່ໄດ້ຢຸດຫຼີ້ນເພງຕໍ່ໄປ, ໃບໜ້າຂອງລາວປາກົດຄວາມກັງວົນເລັກນ້ອຍແລ້ວປ່ຽນເປັນຍີ້ມເຂີນໆສະຫຼັບກັນໄປມາ, ທີ່ແກ້ມດ້ານຂວາໃກ້ໆກັບຫູມີຕຸ່ມແມງວັນຢູ່ໜຶ່ງຈຸດ, ຜົມຊົງຝຣິນຈ (Fringe), ມື້ນີ້ລາວໃສ່ເສື້ອຍືດອີກແລ້ວ ຄາວນີ້ເປັນຕົວສີຂາວ. ຂ້ອຍຈົດຈໍກັບການແຕ້ມ ກົ້ມເບິ່ງພາບສະເກັດສະຫຼັບກັບເງີຍໜ້າເບິ່ງລາວ ແສງແດດຍາມແລງສ່ອງເຂົ້າມາທາງປ່ອງຢ້ຽມ ສຽງກີຕ້າຜ່ານເຂົ້າມາໃນຫູ ຄວາມຄິດຂອງຂ້ອຍ “ຢາກຢຸດເວລານີ້ໄວ້” ຮອຍຍີ້ມເປື້ອນໜ້າ ຂ້ອຍສະເກັດພາບຕໍ່ໄປກັບສຽງກີຕ້າ. 

ສຽງກີຕ້າງຽບລົງ ເມື່ອມີຄົນເຂົ້າມາທີ່ເຄົາເຕີ ຂ້ອຍໄລ່ເຫງົາເບົາໆບົນພາບສະເກັດ “ໂອເຄ, ແລ້ວລະ!”. ຖາມວ່າພາບສະເກັດງາມ ແລະ ເໝືອນລາວບໍ? ຄຳຕອບຄື ບໍ່....ຂ້ອຍບໍ່ໄດ້ຝີມືດີປານນັ້ນ. ຂ້ອຍເອົາພາບໃຫ້ລາວເບິ່ງ ພ້ອມກັບເວົ້າຕິດຕະລົກ ເຖິ່ງພາບຄົນຈະບໍ່ເໝືອນ ແຕ່ຕຸ່ມແມງວັນເທີງແກ້ມດ້ານຂວານີ້ຄົງຈະຊ່ວຍລະບຸຕົວໄດ້ວ່າແມ່ນໃຜ ແລ້ວພວກເຮົາທັງສອງກໍ່ພ້ອມຫົວ. ຂ້ອຍໃຫ້ລາວຂຽນບາງຢ່າງລົງເທີງພາບສະເກັດ, ຕອນແລກລາວລັງເລໜ້ອຍໜຶ່ງກ່ອນທີ່ຈະຂຽນຄຳວ່າ Proud ລົງໄປ. ອືມ....ບາງຄົນອາດຈະສົງໄສວ່າ ລາວຄົນນີ້ແມ່ນໃຜ? ພວກເຮົາເປັນຄົນຮູ້ຈັກກັນ ແລະ ເປັນຄົນທີ່ຂ້ອຍເຄີຍຢາກຮູ້ຈັກໃຫ້ຫຼາຍຂື້ນ. ໃນທ້າຍທີ່ສຸດ, ປາກົດວ່າຂ້ອຍຢຸດເວລາໄວ້ບໍ່ໄດ້ ເຊິ່ງມັນແນ່ນອນຢູ່ແລ້ວ, ແຕ່ສິ່ງທີ່ຂ້ອຍເຮັດໄດ້ຄື ເກັບພາບສະເກັດທີ່ມີຄວາມຊົງຈຳຂອງຊ່ວງເວລານີ້ໄວ້. 

Comments