청춘기록 / Record of Youth (ບັນທຶກໄວໜຸ່ມ)

 

           ກ່ອນອື່ນເຮົາມາທຳຄວາມຮູ້ຈັກກັນເລັກນ້ອຍກ່ອນບໍ? ເຮົາເປັນຄົນໜຶ່ງທີ່ມັກເບິ່ງພາບພະຍົນໃນລະດັບໜຶ່ງເລີຍລະ. ເຮົາຄິດວ່າພາບພະຍົນກັບໜັງສືມີຄຸນຄ່າເທົ່າໆກັນ (ຫຼາຍໆຄັ້ງພາບພະຍົນກໍ່ຖືກດັດແປງມາຈາກໜັງສື), ເຖິງວ່າບາງຄົນອາດຈະເບິ່ງວ່າການອ່ານໜັງສືເປັນການໃຊ້ເວລາທີ່ຄຸ້ມຄ່າກວ່າການເບິ່ງພາບພະຍົນ ເພາະມັນເປັນການອ່ານເອົາຄວາມຮູ້, ແຕ່ການຮຽນຮູ້ສາມາດເຮັດໄດ້ຈາກຫຼາຍຮູບແບບ ເຊິ່ງການເບິ່ງແລະການຟັງກໍ່ເປັນໜຶ່ງໃນນັ້ນເຊັ່ນກັນ. ສະນັ້ນ, ໃນບົດຂຽນນີ້ເຮົາຈະມາເລົ່າຄວາມປະທັບໃຈແລະບົດຮຽນທີ່ໄດ້ຈາກການເບິ່ງພາບພະຍົນເກົາຫຼີເລື່ອງ 청춘기록 / Record of Youth ເຊິ່ງພາສາລາວແປວ່າ ບັນທຶກໄວໜຸ່ມ.

        ເນື້ອເລື່ອງແມ່ນການຕໍ່ສູ້ເພື່ອໃຫ້ໄປເຖິງຄວາມຝັນຂອງຕົນເອງຂອງຕົວລະຄອນ ຊາຮເຍຈຸນ ສະແດງໂດຍ ຟາກໂບກອມ (박보검) ມີຄວາມຝັນຢາກເປັນສິນລະປິນ (ນາຍແບບແລະນັກສະແດງ) ແລະ ອັນຈອງຮາ ສະແດງໂດຍ ຟາກໂຊດາມ (박소담) ມີເປົ້າໝາຍໃນການມີຊີວິດທີ່ໝັ້ນຄົງແລະສ້າງແບຣນເຄື່ອງສຳອາງຂອງຕົນເອງ. ໂດຍສ່ວນຕົວແລ້ວເຮົາວ່າພາບພະຍົນເລື່ອງນີ້ຖ່າຍທອດໃຫ້ເຮົາໄດ້ເຫັນຫຼາຍມຸມອງຂອງຊີວິດ ເຊິ່ງມີທັງດ້ານຄອບຄົວ, ຄວາມຮັກ, ແລະ ການເຮັດຕາມຄວາມຝັນ.

  •         ດ້ານຄອບຄົວ: ເຮົາມັກການປະຊຸມຄອບຄົວເວລາທີ່ຄົນໃນຄອບຄົວມີເລື່ອງຢາກເວົ້າ, ເຊິ່ງເຮົາຄິດວ່າມັນເປັນສິ່ງທີ່ດີຫຼາຍ ເພາະມັນຊ່ວຍໃຫ້ຄົນໃນຄອບຄົວຮັບຮູ້ແລະແກ້ໄຂບັນຫາຮ່ວມກັນ ຫຼື ເວົ້າເປີດໃຈນຳກັນກ່ຽວກັບປະເດັນຕ່າງໆທີ່ຄົນໃນຄອບຄົວກຳລັງປະເຊີນຢູ່. ໂດຍປະສົບການສ່ວນຕົວແລ້ວ ເຮົາບໍ່ເຄີບມີຊ່ວງເວລາແບບນີ້ກັບຄົນໃນຄອບຄົວເລີຍ (ໃຜມີປະສົບການແບບນີ້ເລົ່າແບ່ງປັນກັນໄດ້ໃນຄອມເມັ້ນເດີ), ເຮົາເຂົ້າໃຈດີວ່າ ຫຼາຍໆຄັ້ງຈິດໃຈຂອງຜູ້ເປັນພໍ່ແມ່ແມ່ນຢາກຮັບເອົາຄວາມລຳບາກໄວ້ກັບຕົນເອງເພື່ອໃຫ້ລູກໆຢູ່ສຸກສະບາຍແບບບໍ່ຕ້ອງມີເລື່ອງກັງວົນ, ແຕ່ວ່າຖ້າຜູ້ເປັນລູກສາມາດຮັບຮູ້ແລະຮຽນຮູ້ກັບການແກ້ໄຂບັນຫາໃນຄອບຄົວແດ່ກໍ່ຄົງດີ ເພາະໃນອານາຄົດເຂົາເຈົ້າຕ້ອງໄດ້ປະເຊີນກັບບັນຫາເຫຼົ່ານີ້ເຊັ່ນກັນ. ນອກນັ້ນ, ມັນອາດຈະຍັງຊ່ວຍໃຫ້ຄົນໃນຄອບຄົວເປີດໃຈຕໍ່ກັນຫຼາຍຂື້ນ ເຊິ່ງສາມາດຊ່ວຍໃຫ້ຄວາມສຳພັນຂອງຄອບຄົວແໜ້ນແຟ້ນຂື້ນອີກດ້ວຍ.
  •         ດ້ານຄວາມຮັກ: ກ່ອນອື່ນເຮົາຂໍບອກກ່ອນວ່າ ເຮົາມັກຄວາມເປັນຄົນຕົງໆຂອງຕົວລະຄອນເອກທັງສອງອີ່ຫຼີ່, ເນື່ອງຈາກຄວາມຕົງຂອງທັງສອງເຮັດໃຫ້ຄວາມສຳພັນຂອງເຂົາເຈົ້າທັງຊື່ສັດແລະສາມາດເຂົ້າອົກເຂົ້າໃຈກັນໄດ້ດີ ໂດຍທີ່ບໍ່ມີຝ່າຍໃດຕ້ອງປ່ຽນແປງຕົວເອງເພື່ອອີກຝ່າຍ ເຮັດໃຫ້ທັງສອງສາມາດຢູ່ຄຽງຂ້າງກັນໄດ້ແບບບໍ່ສູນເສຍຕົວຕົນຂອງຕົນເອງ, ເຊິ່ງເຮົາຄິດວ່າມຸມຕົວນີ້ສຳຄັນຫຼາຍ ເພາະການທີ່ເຮົາຕ້ອງປ່ຽນແປງຕົວເອງເພື່ອໃຜສັກຄົນ ຫຼື ຮຽກຮ້ອງໃຫ້ອີກຝ່າຍປ່ຽນຕົວເຂົາເພື່ອເຮົາ ອາດຈະບໍ່ແມ່ນການສ້າງຄວາມສຸກໃຫ້ກັບທັງຕົນເອງຫຼືອີກຝ່າຍຢ່າງແທ້ຈິງ. ການຝືນທຳມະຊາດຂອງຕົນເອງເປັນສິ່ງທີ່ກິນພະລັງງານຫຼາຍ, ແທນທີ່ຈະປ່ຽນແປງໃຫ້ອີກຝ່າຍ ປ່ຽນເປັນ ປັບຕົວເຂົ້າຫາກັນ ໜ້າຈະດີກວ່າບໍ່ (ທ່ານຜູ້ອ່ານຄິດຈັງໃດ?) ເພາະແນ່ນອນວ່າທຸກຄົນຕ້ອງມີຄວາມແຕກຕ່າງກັນຢູ່ແລ້ວ ແຕ່ການພະຍາຍາມເຂົ້າໃຈແລະປັບຕົວເຂົ້າຫາອີກຝ່າຍເປັນການສະແດງຄວາມເອົາໃຈໃສ່ທີ່ຕົນເອງມີຕໍ່ອີກຝ່າຍແລະສາມາດເປັນສັນຍານບົ່ງຊີ້ໃຫ້ເຮົາເຫັນອີກວ່າອີກຝ່າຍໃສ່ໃຈເຮົາຫຼາຍໜ້ອຍສຳໃດ, ໃນຂະນະດຽວກັນເຮົາກໍ່ຍັງມີຄວາມເຄົາລົບຕົນເອງ ໂດຍການທີ່ຍັງຄົງຮັກສາແນວຄວາມຄິດແລະຄວາມເປັນຕົວຂອງຕົວເອງໄວ້ (ທ່ານຄິດບໍ່ວ່າ ຄົນທີ່ມີຈຸດຢືນຂອງຕົນເອງທີ່ຊັດເຈນ ເປັນຄົນທີ່ມີສະເໜ່ຫຼາຍ. ແຕ່ຕ້ອງບໍ່ດູຖູກຈຸດຢືນຂອງຄົນອື່ນ).
  •         ການເຮັດຕາມຄວາມຝັນ: ເຮົາຄິດວ່າທຸກໆຄົນມີຄວາມຝັນ ຫຼື ເຄີຍມີຄວາມຝັນ. ບາງຄວາມຝັນກໍ່ເປັນທີ່ຍອມຮັບ ແລະ ບາງຄວາມຝັນກໍ່ຖືກມອງວ່າເປັນເລື່ອງເຟີຝັນ. ໃນພາບພະຍົນເລື່ອງນີ້ສະແດງໃຫ້ເຮົາເຫັນວ່າ ຄວາມສຳພັນກັບຄົນຮອບຕົວມີຜົນຢ່າງຍິ່ງຕໍ່ກັບສິ່ງທີ່ເຮົາຢາກບັນລຸ, ເຊິ່ງໃນບາງຄວາມສຳຜັນກໍ່ປຽບເໝືອນສອງແຂນທີ່ຄອຍໂອບກອດແລະພັກດັນໃຫ້ເຮົາໄປເຖິ່ງຈຸດໝາຍປາຍທາງໄດ້ ແຕ່ໃນບາງຄວາມສຳພັນກໍ່ເໝືອນໜາມທີ່ຄອຍທິ່ມແທງທຸກໆຄັ້ງທີ່ເຮົາລົ້ມ ແລະເພື່ອໃຫ້ເຮົາບໍ່ຢຸດນິ່ງ ຫຼື ຫຍໍ້ທໍ້ ເຮົາຕ້ອງກ້າຢືນຢັດພໍທີ່ຈະທົນກັບບາດແຜທີ່ເຈັບປວດນັ້ນ.


        ບາງປະໂຫຍກທີ່ໜ້າຮຽນຮູ້ຈາກພາບພະຍົນເລື່ອງນີ້: 


        "The support that is never shown means nothing"

        "ການສະໜັບສະໜຸນທີ່ບໍ່ເຄີຍສະແດງອອກແມ່ນໄຮ້ຄວາມໝາຍ"


        "Happiness is simple and frugal" (Nikos Kazantzakis)

        "ຄວາມສຸກເປັນສິ່ງລຽບງ່າຍແລະບໍ່ຟຸ່ມເຟື່ອຍ"


        "live each day to the fullest" 

        "ໃຊ້ຊີວິດໃນທຸກໆວັນໃຫ້ເຕັມທີ່"


        ແນ່ນອນວ່າສິ່ງທີ່ຂຽນມານີ້ເປັນພຽງສ່ວນເລັກນ້ອຍຈາກພາບພະຍົນທີ່ເຮົາໄດ້ຍົກມາເວົ້າ ເພາະມັນເປັນສິ່ງທີ່ເຮົາປະທັບໃຈແລະຈື່ຈຳໄດ້. ຫາກໃຜໄດ້ເບິ່ງ ຫຼື ໄປເບິ່ງ Record of Youth ແລ້ວມີມຸມມອງທີ່ແຕກຕ່າງກັນ ສາມາດເອົາມາແບ່ງປັນກັນໄດ້ໃນຄອມເມັ້ນດ້ານລຸ່ມນີ້. 


Comments

Popular posts from this blog

ຄວາມສຳພັນທີ່ປ່ຽນໄປ ແຕ່ມິດຕະພາບຍັງຄົງເດີມ

ຢາກຢຸດເວລາ

Why am I here? ເປັນຫຍັງຂ້ອຍຈຶ່ງມາຢູ່ບ່ອນນີ້? I