Posts

Showing posts from August, 2022

COA ບັນທຶກ 2

     ຂ້ອຍກຳລັງນັ່ງຢູ່ລີມທະເລ ແລະ ເບິ່ງໄກອອກໄປກາງທະເລທີ່ເຕັມໄປດ້ວຍໝອກທີ່ກຳລັງຈາງຫາຍໄປເຮັດໃຫ້ເຮືອລຳໃຫຍ່ທີ່ເລືອນລາງເລີ່ມປາກົດຕົວຊັດຂື້ນ. ສຽງຄື້ນເບົາໆບວກກັບສຽງນົກນາງທີ່ໂບຍບິນຫາກິນຢູ່ໜ້ານ້ຳ ເປັນພາບທີ່ຂ້ອຍຍັງບໍ່ທັນຄຸ້ນເຄີຍກັບມັນ ແລະ ຮູ້ສຶກອັດສະຈັນໃຈທີ່ສິ່ງນີ້ກຳລັງເກີດຂື້ນຢູ່ຕໍ່ໜ້າຂ້ອຍ, ມັນກຳລັງຢ້ຳເຕື່ອນວ່າຂ້ອຍໄດ້ມາຢູ່ໃນສະຖານທີ່ໃໝ່ນີ້ແລ້ວຊ້ຳແລ້ວຊ້ຳອີກ.       ເບິ່ງໄກອອກໄປດ້ານຂວາ ຈະເຫັນຜູ້ຄົນຍ່າງຈາກແຜ່ນດິນບາຮາເບີໄປເກາະບາຮາເບີຕາມໂນນດິນກາງທະເລທີ່ປາກົດເປັນທາງເດີນຍ້ອນລະດັບນ້ຳທະເລກຳລັງລົດຕົວລົງ, ແຕ່ບໍ່ດົນດອກ ພຽງອີກໜຶ່ງຊົ່ວໂມງເທົ່ານັ້ນ ເສັ້ນທາງເຊື່ອມກາງນ້ຳນີ້ກໍ່ຈະຫາຍໄປ. ສິ່ງທີ່ມີຄວາມຈຳກັດ ມັກເປັນສິ່ງທີ່ພິເສດຢູ່ສະເໝີ. ຫວັງວ່າຂ້ອຍເອງຈະຫາເວລາໄປຍ່າງຂ້າມທະເລແບບນັ້ນໃນໄວໆນີ້ເຊັ່ນກັນ.         ຕັ້ງແຕ່ມາຮອດທີ່ນີ້ ຂ້ອຍບໍ່ຄ່ອຍມີເວລາຢູ່ກັບຕົວເອງເລີຍ, ພໍໄດ້ມານັ່ງຄົນດຽວທ່າມກາງສະພາບແບບນີ້ ເຮັດໃຫ້ຮູ້ສຶກວ່າຕົນເອງສະຫງົບລົງຫຼາຍ, ໄດ້ພະຍາຍຍາມທົບທວນ ແລະ ຄິດວ່າຕ້ອງເຮັດຫຍັງແດ່. ນອກຈາກສິ່ງທີ່ຕ້ອງເຮັດແລ້ວ, ມີຫຼາຍຢ່າງທີ່ຂ້ອຍກັງວົນຢູ່: ຂ້ອຍຈະປັບຕົວກັບວິຊາຮຽນໄດ້ບໍ? ຄວາມສຳ...

COA ບັນທຶກ 1

      ຢູ່ຫ່າງໄກຈາກບ້ານເກີດ 12,000 ກວ່າ ກິໂລແມັດ. ມັນກຳລັງເລີ່ມຕົ້ນຂື້ນແລ້ວ ເຖິ່ງວ່າຕົວຂ້ອຍເອງຍັງຮູ້ສຶກລ່ອງລອຍຢູ່. ຈາກການເດີນທາງເກືອບສອງວັນຜ່ານເຂົ້າ-ອອກຫຼາຍປະເທດ ມື້ນີ້ຂ້ອຍມາຮອດແລ້ວ, ທີ່ມະຫາວິທະຍາໄລ College of the Atlantic, ບ່ອນທີ່ຂ້ອຍຈະຢູ່ໃນອີກສີ່ປີຕໍ່ຈາກນີ້.      ແຕ່ເຊົ້າ, ຂ້ອຍໄດ້ອອກໄປຂ້າງນອກທັງວັນ. ເລີ່ມຈາກລຸ້ນອ້າຍພາໄປທົວໂຮງຮຽນ ແລະ ຕົວເມືອງ ເຊິ່ງເທົ່າທີ່ສຳພັດໄດ້ ຕອນນີ້ຮູ້ສຶກວ່າສະຖານທີ່ ນີ້ງາມ-ສະຫງົບ-ລຽບຫຣູດີ, ຕໍ່ດ້ວຍກິດຈະກຳທຳຄວາມຮູ້ຈັກກັບເພື່ອນນັກຮຽນນານາຊາດປະມານສິບກວ່າຄົນ. ຄວາມຮູ້ສຶກໃນຊ່ວງເວລາເຫຼົ່ານີ້ເໝືອນຂ້ອຍຍັງບໍ່ສາມາດແຕະຕ້ອງສິ່ງຮອບຕົວໄດ້. ໃນຕອນແລງ, ຂະນະທີ່ຂ້ອຍກຳລັງນັ່ງເບິ່ງພະອາທິດຕົກທີ່ຊາຍຝັ່ງທະເລກັບເພື່ອນສອງຄົນທີ່ຫາກໍ່ຮູ້ຈັກກັນ ຄຣິສຕີນາ ແລະ ເຮັນຣີ, ເປັນຄັ້ງແລກຕັ້ງແຕ່ທີ່ມາເຖິ່ງ ຂ້ອຍໄດ້ເລີ່ມຮູ້ສຶກນຶກຜູ້ຄົນທາງບ້ານ ແລະ ເລີ່ມຄິດຂື້ນມາວ່າຕົນເອງມາຢູ່ຈຸດນີ້ໄດ້ແນວໃດ, ມາຢູ່ກັບອີກຄົນສອງຄົນທີ່ພວມເບິ່ງພະອາທິດຕົກນຳກັນ ພ້ອມທັງເລົ່າເລື່ອງລາວຂອງຕົນຢ່າງລະມັດລະວັງ ແລະ ເຫັນໄດ້ຊັດວ່າພວກເຮົາມາຈາກພູມຫຼັງທີ່ແຕກຕ່າງກັນເທົ່າໃດ. ຂ້ອຍພະຍາຍາມເນັ້ນຢ້ຳກັບຕົນເອງ ເປີດໃຈຍອມຮັບຄວ...