COA ບັນທຶກ 2
ຂ້ອຍກຳລັງນັ່ງຢູ່ລີມທະເລ ແລະ ເບິ່ງໄກອອກໄປກາງທະເລທີ່ເຕັມໄປດ້ວຍໝອກທີ່ກຳລັງຈາງຫາຍໄປເຮັດໃຫ້ເຮືອລຳໃຫຍ່ທີ່ເລືອນລາງເລີ່ມປາກົດຕົວຊັດຂື້ນ. ສຽງຄື້ນເບົາໆບວກກັບສຽງນົກນາງທີ່ໂບຍບິນຫາກິນຢູ່ໜ້ານ້ຳ ເປັນພາບທີ່ຂ້ອຍຍັງບໍ່ທັນຄຸ້ນເຄີຍກັບມັນ ແລະ ຮູ້ສຶກອັດສະຈັນໃຈທີ່ສິ່ງນີ້ກຳລັງເກີດຂື້ນຢູ່ຕໍ່ໜ້າຂ້ອຍ, ມັນກຳລັງຢ້ຳເຕື່ອນວ່າຂ້ອຍໄດ້ມາຢູ່ໃນສະຖານທີ່ໃໝ່ນີ້ແລ້ວຊ້ຳແລ້ວຊ້ຳອີກ.
ເບິ່ງໄກອອກໄປດ້ານຂວາ ຈະເຫັນຜູ້ຄົນຍ່າງຈາກແຜ່ນດິນບາຮາເບີໄປເກາະບາຮາເບີຕາມໂນນດິນກາງທະເລທີ່ປາກົດເປັນທາງເດີນຍ້ອນລະດັບນ້ຳທະເລກຳລັງລົດຕົວລົງ, ແຕ່ບໍ່ດົນດອກ ພຽງອີກໜຶ່ງຊົ່ວໂມງເທົ່ານັ້ນ ເສັ້ນທາງເຊື່ອມກາງນ້ຳນີ້ກໍ່ຈະຫາຍໄປ. ສິ່ງທີ່ມີຄວາມຈຳກັດ ມັກເປັນສິ່ງທີ່ພິເສດຢູ່ສະເໝີ. ຫວັງວ່າຂ້ອຍເອງຈະຫາເວລາໄປຍ່າງຂ້າມທະເລແບບນັ້ນໃນໄວໆນີ້ເຊັ່ນກັນ.
ຕັ້ງແຕ່ມາຮອດທີ່ນີ້ ຂ້ອຍບໍ່ຄ່ອຍມີເວລາຢູ່ກັບຕົວເອງເລີຍ, ພໍໄດ້ມານັ່ງຄົນດຽວທ່າມກາງສະພາບແບບນີ້ ເຮັດໃຫ້ຮູ້ສຶກວ່າຕົນເອງສະຫງົບລົງຫຼາຍ, ໄດ້ພະຍາຍຍາມທົບທວນ ແລະ ຄິດວ່າຕ້ອງເຮັດຫຍັງແດ່. ນອກຈາກສິ່ງທີ່ຕ້ອງເຮັດແລ້ວ, ມີຫຼາຍຢ່າງທີ່ຂ້ອຍກັງວົນຢູ່: ຂ້ອຍຈະປັບຕົວກັບວິຊາຮຽນໄດ້ບໍ? ຄວາມສຳພັນກັບຜູ້ຄົນທີ່ຂ້ອຍຮູ້ຈັກແລ້ວ ແລະ ບໍ່ທັນຮູ້ຈັກຈະເປັນແນວໃດໃນຕໍ່ໜ້າ? ພະນັກງານຂອງວິທະຍາໄລບອກວ່າ “ພວກເຮົາຢາກຊ່ວຍນັກຮຽນຢ່າງເຕັມທີ່ເພື່ອໃຫ້ຕົວນັກຮຽນສາມາດປະສົບຜົນສຳເລັດໃຫ້ຫຼາຍທີ່ສຸດໃນສິ່ງທີ່ພວກເຂົາສົນໃຈ”. ຂ້ອຍຈະເຮັດໄດ້ບໍ: ຂໍຄວາມຊ່ວຍເຫຼືອເມື່ອຕ້ອງການ, ນຳໃຊ້ຊັບພະຍາກອນທີ່ມີຢ່າງເຕັມທີ່, ຄົ້ນພົບສິ່ງທີ່ຕົນເອງຕ້ອງການ, ແລະ ໄປໃຫ້ເຖິ່ງເປົ້າໝາຍ.
ອີກໜຶ່ງຄວາມກັງວົນທີ່ຂ້ອຍມີຄື: ແນວຄິດໃນການເຂົ້າຫາຄົນອື່ນຂອງຂ້ອຍຕອນນີ້, ຄືຕົນເອງບໍ່ເຄີຍເປັນແບບນີ້ມາກ່ອນເລີຍແຕ່....ວາວ....ຫວາ......ຫາກໍ່ຮູ້ຕົວວ່າຕົນເອງເປັນຄົນແບບນີ້, ຕ້ອງຢຸດໃຫ້ໄວແລ້ວ ກ່ອນມັນຈະລ້ຳເສັ້ນ.
ເຄີຍໄດ້ຍິນມາແຕ່ໃສບໍ່ຈື່ແລ້ວວ່າ ເມື່ອເຮົານຶກເຖິ່ງໃຜ ຄົນໆນັ້ນກໍ່ກຳລັງນຶກເຖິ່ງເຮົາເຊັ່ນກັນ. ໃນຄວາມຄິດຂອງຂ້ອຍ: ໄຮ້ສາລະ. ຕ້ອງໄດ້ເລີ່ມໄຈ້ແຍກຄວາມຮູ້ສຶກ, ທີ່ມີຕອນນີ້ຄື ຢາກພັກດັນ.
Comments
Post a Comment