Posts

ເລື່ອງສັ້ນ The Mist and ∞: ການປະຈົນໄພສູ່ເມືອງແຫ່ງມ່ານໝອກ

     “ຊ່ວງນີ້ດິນແດນຂອງເຈົ້າເປັນແນວໃດ?”  ພວກເຮົາມັກຈະທັກຖາມກັນເປັນບາງຄັ້ງຄາວ, ມັນກາຍເປັນສັນຍາລັກໜຶ່ງຂອງຄົນໃນວົງສົນທະນານີ້ໄປແລ້ວ ເຊິ່ງຂ້ອຍຖືວ່າມັນເປັນສິ່ງທີ່ແປກໃໝ່ ແລະ ເປັນເອກະລັກດີ. ແຕ່ມັນກໍ່ເລີ່ມລະເຫີຍຫາຍເມື່ອເວລາຜ່ານໄປ. ຂ້ອຍຍັງກັບເຂົ້າໄປໃນເມືອງເປັນບາງເວລາ. ບາງຊ່ວງດົນໆຄັ້ງ ແລະ ບາງຊ່ວງກໍ່ຄ່ອນຂ້າງບ່ອຍ, ເໝືອນກັບຊ່ວງນີ້ທີ່ຂ້ອຍກຳລັງຢູ່ໃນຊ່ວງພັກຮຽນລະດູໜາວ.     ຊ່ວງນີ້ນັກຮຽນຄົນອື່ນພາກັນກັບບ້ານໄປຢ້ຽມຢາມຄອບຄົວ ຂ້ອຍເລີຍໄດ້ພົບພໍ້ກັບຜູ້ຄົນໜ້ອຍລົງ(ເຊິ່ງໃນຊ່ວງເປີດສົກຮຽນຂ້ອຍກໍ່ບໍ່ໄດ້ປະຕິສຳພັນກັບຜູ້ຄົນຫຼາຍຢູ່ດີ). ສິ່ງຫຼັກໆທີ່ຂ້ອຍເຮັດໃນຊ່ວງນີ້ມີຢູ່ສາມຢ່າງ: ໜຶ່ງ, ເຮັດວຽກທີ່ຫໍສະໝຸດໂຮງຮຽນ. ເຖິ່ງວ່າຂ້ອຍໄດ້ເຮັດວຽກນີ້ມາໜຶ່ງເທີມແລ້ວ ແຕ່ຖ້າໃຫ້ເວົ້າຕົງໆຂ້ອຍເກືອບບໍ່ໄດ້ຮຽນຮູ້ຫຍັງຫຼາຍກ່ຽວກັບຫໍສະໝຸດເລີຍ ຈົນຕອນນີ້ຈຶ່ງໄດ້ເຫັນພາບຊັດວ່າລະບົບຂອງຫໍສະໝຸດເຮັດວຽກແນວໃດ. ແນວໃດກໍ່ຕາມ, ສິ່ງທີ່ຂ້ອຍໄດ້ເຮັດກໍ່ຍັງຖືວ່າເປັນພຽງເສດສ້ຽວເລັກນ້ອຍເທົ່ານັ້ນ. ຂ້ອຍເລີ່ມເຮັດວຽກແຕ່ 9 ໂມງເຊົ້າຈົນເຖິ່ງ 5 ໂມງແລງ. 7 ຊົ່ວໂມງຕໍ່ມື້, ເໝືອນກັບການໄດ້ເຮັດວຽກເຕັມຕົວ ເວລາກັບມາຮອດຫໍຂ້ອຍກະບໍ່ມີຮ່ຽວແຮງທີ່ຈະເຮັດຫຍັງຕໍ່ແລ້ວ. ນອກຈາກ...

ເລື່ອງສັ້ນ The Mist and ∞ : ການຄົ້ນພົບເມືອງຂອງຈິດໃຈ

      ຊ່ວງເວລາ ແລະ ສະຖານທີ່ໜຶ່ງ ທີ່ຂ້ອຍມັກເປັນພິເສດຄື: ຊ່ວງມື້ອາຫານທີ່ໂຮງອາຫານໃນມະຫາໄລທີ່ຂ້ອຍກຳລັງສຶກສາຢູ່. ມັນເປັນບ່ອນທີ່ຂ້ອຍໄດ້ຮຽນຮູ້ຫຼາຍຢ່າງ ແລະ ສະໜຸກທີ່ສຸດ ເພາະມັນເປັນໂອກາດໃນການນັ່ງໂອ້ລົມກັບໝູ່ເພື່ອນທີ່ແສນວິເສດ ແລະ ຫຼັກແຫຼມ. ພວກເຮົາຮຽນຮູ້ກັນແລະກັນ, ຮຽນຮູ້ຕົນເອງ, ແລະ ບັນຫາຕ່າງໆ ດ້ວຍການສົນທະນາທີ່ເປີດໃຈ ແລະ ບໍ່ຕັດສິນ.     ຕອນເຊົ້າຂອງມື້ໜຶ່ງພວກເຮົາ  ຂ້ອຍ, ຄຣີສເອັຟ, ແລະ ເອັສເດັນ ມານັ່ງໂອ້ລົມກັນລະຫວ່າງທີ່ກິນອາຫານເຊົ້າ. ເປັນການໂອ້ລົມກັນຄັ້ງແລກໃນຫຼາຍວັນທີ່ບໍ່ໄດ້ສົນທະນາກັນ ເພາະເປັນຊ່ວງທີ່ຕ້ອງຂຽນລາຍງານ ແລະ ເຮັດໂຄງການຂອງວິຊາຮຽນ. ຂ້ອຍຈື່ບໍ່ໄດ້ວ່າເລື່ອງລາວມັນເລີ່ມຕົ້ນຂື້ນແນວໃດ, ແຕ່ພໍຮູ້ຕົວອີກທີພວກເຮົາກໍ່ເລີ່ມເວົ້າເຖິ່ງສາດສະດາຈານຄົນໜຶ່ງທີ່ມີຄວາມເປັນເອກະລັກ ແລະ ຄັ່ງໄຄ້ກັບຄວາມຄິດຂອງຕົນເອງຈົນບາງຄັ້ງນັກຮຽນຮູ້ສຶກວ່າລາວບໍ່ໄດ້ໂອ້ລົມກັບພວກເຂົາ ແຕ່ກຳລັງຢູ່ໃນດິນແດນຂອງຕົນ, ເຊິ່ງດິນແດນໃນທີ່ນີ້ແມ່ນ ດິນແດນແຫ່ງຄວາມຄິດ, ຈິດໃຈ, ແລະ ຈິນຕະນາການຂອງລາວ.      ຂ້ອຍຍົກຄຳຖາມໜຶ່ງຂື້ນມາຖາມຫຼີ້ນໆວ່າ “ຖ້າຫາກວ່າພວກເຮົາມີດິນແດນຂອງຕົນເອງ, ດິນແດນຂອງຈິດໃຈ. ພວກເຈົ້າຄິດວ່າດິນແດນຂອງພວກເຈົ...

COA ບັນທຶກ 2

     ຂ້ອຍກຳລັງນັ່ງຢູ່ລີມທະເລ ແລະ ເບິ່ງໄກອອກໄປກາງທະເລທີ່ເຕັມໄປດ້ວຍໝອກທີ່ກຳລັງຈາງຫາຍໄປເຮັດໃຫ້ເຮືອລຳໃຫຍ່ທີ່ເລືອນລາງເລີ່ມປາກົດຕົວຊັດຂື້ນ. ສຽງຄື້ນເບົາໆບວກກັບສຽງນົກນາງທີ່ໂບຍບິນຫາກິນຢູ່ໜ້ານ້ຳ ເປັນພາບທີ່ຂ້ອຍຍັງບໍ່ທັນຄຸ້ນເຄີຍກັບມັນ ແລະ ຮູ້ສຶກອັດສະຈັນໃຈທີ່ສິ່ງນີ້ກຳລັງເກີດຂື້ນຢູ່ຕໍ່ໜ້າຂ້ອຍ, ມັນກຳລັງຢ້ຳເຕື່ອນວ່າຂ້ອຍໄດ້ມາຢູ່ໃນສະຖານທີ່ໃໝ່ນີ້ແລ້ວຊ້ຳແລ້ວຊ້ຳອີກ.       ເບິ່ງໄກອອກໄປດ້ານຂວາ ຈະເຫັນຜູ້ຄົນຍ່າງຈາກແຜ່ນດິນບາຮາເບີໄປເກາະບາຮາເບີຕາມໂນນດິນກາງທະເລທີ່ປາກົດເປັນທາງເດີນຍ້ອນລະດັບນ້ຳທະເລກຳລັງລົດຕົວລົງ, ແຕ່ບໍ່ດົນດອກ ພຽງອີກໜຶ່ງຊົ່ວໂມງເທົ່ານັ້ນ ເສັ້ນທາງເຊື່ອມກາງນ້ຳນີ້ກໍ່ຈະຫາຍໄປ. ສິ່ງທີ່ມີຄວາມຈຳກັດ ມັກເປັນສິ່ງທີ່ພິເສດຢູ່ສະເໝີ. ຫວັງວ່າຂ້ອຍເອງຈະຫາເວລາໄປຍ່າງຂ້າມທະເລແບບນັ້ນໃນໄວໆນີ້ເຊັ່ນກັນ.         ຕັ້ງແຕ່ມາຮອດທີ່ນີ້ ຂ້ອຍບໍ່ຄ່ອຍມີເວລາຢູ່ກັບຕົວເອງເລີຍ, ພໍໄດ້ມານັ່ງຄົນດຽວທ່າມກາງສະພາບແບບນີ້ ເຮັດໃຫ້ຮູ້ສຶກວ່າຕົນເອງສະຫງົບລົງຫຼາຍ, ໄດ້ພະຍາຍຍາມທົບທວນ ແລະ ຄິດວ່າຕ້ອງເຮັດຫຍັງແດ່. ນອກຈາກສິ່ງທີ່ຕ້ອງເຮັດແລ້ວ, ມີຫຼາຍຢ່າງທີ່ຂ້ອຍກັງວົນຢູ່: ຂ້ອຍຈະປັບຕົວກັບວິຊາຮຽນໄດ້ບໍ? ຄວາມສຳ...

COA ບັນທຶກ 1

      ຢູ່ຫ່າງໄກຈາກບ້ານເກີດ 12,000 ກວ່າ ກິໂລແມັດ. ມັນກຳລັງເລີ່ມຕົ້ນຂື້ນແລ້ວ ເຖິ່ງວ່າຕົວຂ້ອຍເອງຍັງຮູ້ສຶກລ່ອງລອຍຢູ່. ຈາກການເດີນທາງເກືອບສອງວັນຜ່ານເຂົ້າ-ອອກຫຼາຍປະເທດ ມື້ນີ້ຂ້ອຍມາຮອດແລ້ວ, ທີ່ມະຫາວິທະຍາໄລ College of the Atlantic, ບ່ອນທີ່ຂ້ອຍຈະຢູ່ໃນອີກສີ່ປີຕໍ່ຈາກນີ້.      ແຕ່ເຊົ້າ, ຂ້ອຍໄດ້ອອກໄປຂ້າງນອກທັງວັນ. ເລີ່ມຈາກລຸ້ນອ້າຍພາໄປທົວໂຮງຮຽນ ແລະ ຕົວເມືອງ ເຊິ່ງເທົ່າທີ່ສຳພັດໄດ້ ຕອນນີ້ຮູ້ສຶກວ່າສະຖານທີ່ ນີ້ງາມ-ສະຫງົບ-ລຽບຫຣູດີ, ຕໍ່ດ້ວຍກິດຈະກຳທຳຄວາມຮູ້ຈັກກັບເພື່ອນນັກຮຽນນານາຊາດປະມານສິບກວ່າຄົນ. ຄວາມຮູ້ສຶກໃນຊ່ວງເວລາເຫຼົ່ານີ້ເໝືອນຂ້ອຍຍັງບໍ່ສາມາດແຕະຕ້ອງສິ່ງຮອບຕົວໄດ້. ໃນຕອນແລງ, ຂະນະທີ່ຂ້ອຍກຳລັງນັ່ງເບິ່ງພະອາທິດຕົກທີ່ຊາຍຝັ່ງທະເລກັບເພື່ອນສອງຄົນທີ່ຫາກໍ່ຮູ້ຈັກກັນ ຄຣິສຕີນາ ແລະ ເຮັນຣີ, ເປັນຄັ້ງແລກຕັ້ງແຕ່ທີ່ມາເຖິ່ງ ຂ້ອຍໄດ້ເລີ່ມຮູ້ສຶກນຶກຜູ້ຄົນທາງບ້ານ ແລະ ເລີ່ມຄິດຂື້ນມາວ່າຕົນເອງມາຢູ່ຈຸດນີ້ໄດ້ແນວໃດ, ມາຢູ່ກັບອີກຄົນສອງຄົນທີ່ພວມເບິ່ງພະອາທິດຕົກນຳກັນ ພ້ອມທັງເລົ່າເລື່ອງລາວຂອງຕົນຢ່າງລະມັດລະວັງ ແລະ ເຫັນໄດ້ຊັດວ່າພວກເຮົາມາຈາກພູມຫຼັງທີ່ແຕກຕ່າງກັນເທົ່າໃດ. ຂ້ອຍພະຍາຍາມເນັ້ນຢ້ຳກັບຕົນເອງ ເປີດໃຈຍອມຮັບຄວ...

Why am I here? ເປັນຫຍັງຂ້ອຍຈຶ່ງມາຢູ່ບ່ອນນີ້? I

 ເຈົ້າເຄີຍຕັ້ງຄຳຖາມນີ້ບໍ? ເປັນຫຍັງຂ້ອຍຈຶ່ງມາຢູ່ບ່ອນນີ້, ມັນເປັນຄວາມຮູ້ສຶກທີ່ເຮົາຮູ້ສຶກສັບສົນວ່າ ເຮົາມາຢູ່ບ່ອນນີ້ເພື່ອຫຍັງ?ເຮົາຄວນເຮັດຫຍັງ?ຈະໄປຕໍ່ແນວໃດ?. ເຮົາຕັດສິນໃຈຖືກແລ້ວບໍ? ເຈົ້າຖາມບ່ອຍບໍ? ເປັນຫຍັງຂ້ອຍຈຶ່ງມາຢູ່ບ່ອນນີ້? ຂ້ອຍກຳລັງເຮັດຫຍັງຢູ່? I ມື້ນີ້ຂ້ອຍເລີກສອນເວລາ 19:16 ແລະກັບມາຮອດເຮືອນເວລາ 19:40, ມື້ນີ້ຂ້ອຍໃຊ້ເວລາຫຼາຍກວ່າປົກກະຕິ. ໂດຍທົ່ວໄປແລ້ວການຂັບລົດໄປ ຫຼື ກັບລະຫວ່າງເຮືອນຂ້ອຍແລະໂຮງຮຽນໃນຄວາມໄວລະຫວ່າງ 40 ຫາ 50 ແມ່ນໃຊ້ເວລາບໍ່ເກີນ 8 ນາທີ ແຕ່ມື້ນີ້ຂ້ອຍໃຊ້ເວລາດົນກວ່າປົກກະຕິເກືອບ 20 ນາທີເພາະຂ້ອຍຂັບລົດຊ້າເໝືອນເຕົ່າ ແຖມຍັງບໍ່ຕໍ່ເນື່ອງເທົ່າການຍ່າງໄປເລື້ອຍໆຍ່າງສະໝ່ຳາສະເໝີຂອງເຕົ່າອີກ ເພາະຂ້ອຍຈະຂັບໄປປະມານ 30 ວິນາທີແລ້ວຢຸດສັກພັກ ກ່ອນໄປຕໍ່ແລ້ວຢຸດອີກແລ້ວຈຶ່ງໄປຕໍ່ ແລະ ເຮັດແບບນີ້ຕໍ່ໆໄປ. ສາເຫດທີ່ຂ້ອຍຕ້ອງຂັບລົດເປັນເຕົ່າແບບນີ້ກໍ່ເພາະວ່າຂ້ອຍຢາກໄຕ້ໄຟ ແລະ ໝັ້ນໃຈວ່າເດັກນ້ອຍແປກໜ້າຄົນທີ່ກຳລັງຍ່າງຢູ່ດ້ານໜ້າກັບເຖິ່ງບ້ານຢ່າງປອດໄພ.  ໃນຂະນະທີ່ຂ້ອຍກຳລັງຂັບລົດກັບບ້ານ ແລະ ຝັງເພງຜ່ານສາຍຝັງຫູແບບເພີນໆ (I get defensive...and insecure...my own worst critic behind a closing door, I'm fragile...) ແລ້ວຂ້ອຍກໍ່ສັງເ...

ຢາກຢຸດເວລາ

ເຈົ້າເຄີຍຮູ້ສຶກບໍ? ຄວາມຮູ້ສຶກທີ່ວ່າ “ຂ້ອຍຢາກຢຸດເວລານະຕອນນີ້ໄວ້”. ທີ່ໜ້າເຄົາເຕີ, ລາວນັ່ງຢູ່ຕັ່ງອີກຕົວດ້ານຊ້າຍຂ້າງໆຂ້ອຍພ້ອມກັບກີຕ້າ ລາວຫຼີ້ນເພງນີ້ແລ້ວຕໍ່ເພງນັ້ນທີ່ຂ້ອຍບໍ່ຮູ້ຈັກ. ລາວເປັນມືກີຕ້າທີ່ບາງຄັ້ງເຮັດໃຫ້ຂ້ອຍຢາກຮຽນຫຼີ້ນມັນ. ເວລາຜ່ານໄປສັກພັກລາວກໍ່ເວົ້າຂື້ນວ່າ "ມາ! ນ້ອງຮ້ອງເພງດຽວອ້າຍຫຼີ້ນກີຕ້າໃຫ້",  ຂ້ອຍຕອບ "ບໍ່ລະ, ສຽງນ້ອງບໍ່ມ່ວນ ແລະ ກໍ່ຮ້ອງບໍ່ໄດ້ຈັກເພງ" ພ້ອມກັບສຽງຫົວແຫ້ງໆ. ຂ້ອຍເບິ່ງມືທີ່ຖືປື້ມສະເກັດຮູບກັບສໍ ແລະ ຄິດຕໍ່ໜ້ອຍໜຶ່ງແລ້ວເວົ້າຂື້ນພ້ອມກັບຮອຍຍີ້ມ "ອ້າຍຫຼີ້ນກີຕ້າ ດຽວນ້ອງສະເກັດຮູບອ້າຍຫຼີ້ນ". ລາວຫົວເບົາໆ ແລະ ຕອບ “ຕົກລົງ”. ລາວຫຼີ້ນກີຕ້າໄປເລື້ອຍໆ ເບິ່ງຕົງໄປຂ້າງໜ້າແລະກົ້ມລົງເບິ່ງສາຍກີຕ້າເປັນບາງຄັ້ງຄາວໂດຍບໍ່ໄດ້ຫັນມາເບິ່ງຂ້ອຍທີ່ຈ້ອງລາວຢູ່ຕະຫຼອດເວລາເພື່ອເກັບລາຍລະອຽດເຂົ້າພາບສະເກັດ. ນີ້ເປັນຄັ້ງແລກທີ່ຂ້ອຍສະເກັດຮູບຄົນໂດຍຕົງແບບນີ້, ສິ່ງທີ່ພິເສດຂອງການແຕ້ມຮູບຄືເຮົາຈະສັງເກດເຫັນລາຍລະອຽດຕ່າງໆທີ່ໃນເວລາທົ່ວໄປເຮົາບໍ່ຄ່ອຍໄດ້ສັງເກດເຫັນ ແລະ ນັ້ນເຮັດໃຫ້ຂ້ອຍຮູ້ສຶກອັດສະຈັນໃຈສະເໝີ. ໃນຂະນະທີ່ສະເກັດພາບ ຂ້ອຍຮູ້ສຶກວ່າຕົວລາວຈະເກງໜ້ອຍໜຶ່ງເປັນບາງເວລາ ເຖິ່ງວ່າລາວຈະພະຍາຍາມທຳຕົວສະບາຍໆເປ...

ຄວາມສຳພັນທີ່ປ່ຽນໄປ ແຕ່ມິດຕະພາບຍັງຄົງເດີມ

           ວ່າກັນວ່າ ເມື່ອອາຍຸຫຼາຍຂື້ນໝູ່ເພື່ອນທີ່ເຄີຍສະໜຸກເຮຮາຮ່ວມກັນຈະເລີ່ມຈາງຫາຍໄປ ແລະ ເຫຼືອຢູ່ບໍ່ເທົ່າໃດຄົນ. ມັນບໍ່ແມ່ນຄວາມຜິດຂອງໃຜ ພຽງແຕ່ພວກເຮົາເລີ່ມອອກເດີນທາງໄປສູ່ຊີວິດທີ່ກວ້າງຂື້ນເທົ່ານັ້ນເອງ. ແນວໃດກໍ່ຕາມ, ບາງຄັ້ງບາງຄາວເຮົາກໍ່ຈະຄອຍຫວນນຶກເຖິ່ງຊ່ວງເວລາໃນວັນວານນັ້ນ......ຊ່ວງເວລາແຫ່ງຄວາມໄຮ້ດຽງສາ....ເຫັນແກ່ຕົວ.....ບ້າບໍ....ຊ່າງໄຝ່ຝັນ.              ແສງທອງຕອນບ່າຍຫຼອດຜ່ານຕາມຮູປ່ອງຢ້ຽມເຂົ້າມາໃນຫ້ອງຮຽນ ພາໃຫ້ບັນຍາກາດໃນຫ້ອງອົບອຸ່ນແລະຜ່ອນຄາຍຂື້ນ. ເປັນທຳມະດາຂອງເດັກໃນໄວນີ້ທີ່ຈະເບື່ອໜ່າຍກັບການນັ່ງຈົດບົດຮຽນໄປແບບຜ່ານໆ ແລະ ຫາວນອນເປັນຢາວໆ. ທີ່ໂຕະລຳດັບສາມຕິດກັບຝາຂ້າງປະຕູທາງເຂົ້າ ຂ້ອຍກຳລັງຢືນຢູ່ ເພາະຕອບຄຳຖາມທີ່ຄູຍົກຂື້ນບໍ່ໄດ້......."ອ່າ...ເວລາທີ່ເຮົາບໍ່ສາມາດຕອບຄຳຖາມໄດ້ ມັນຮູ້ສຶກເກັງແນວນີ້ເອງ" ຂ້ອຍຄິດກັບຕົນເອງ.........ເວລາຜ່ານໄປບໍ່ຮອດນາທີ ເດັກຫຍິງແປກໜ້າທີ່ຂ້ອຍບໍ່ຮູ້ຈັກຢູ່ໂຕະດ້ານໜ້າຂອງຂ້ອຍກໍ່ລຸກຂື້ນ ແລະ ໃຫ້ຄຳຕອບທີ່ຖືກຕ້ອງ. ຂ້ອຍທວນຄືນຄຳຕອບຂອງລາວໃຫ້ຄູ ແລະ ໝູ່ໃນຫ້ອງຝັງແລ້ວກໍ່ໄດ້ນັ່ງລົງ. ຫຼັງຈາກນັ້ນບໍ່ດົນ ພໍຈື່ໄດ້ອີກທີ ຂ້ອຍ ແລະ ເດັກຫຍິງຄົ...