ເລື່ອງສັ້ນ The Mist and ∞: ການປະຈົນໄພສູ່ເມືອງແຫ່ງມ່ານໝອກ

    “ຊ່ວງນີ້ດິນແດນຂອງເຈົ້າເປັນແນວໃດ?” ພວກເຮົາມັກຈະທັກຖາມກັນເປັນບາງຄັ້ງຄາວ, ມັນກາຍເປັນສັນຍາລັກໜຶ່ງຂອງຄົນໃນວົງສົນທະນານີ້ໄປແລ້ວ ເຊິ່ງຂ້ອຍຖືວ່າມັນເປັນສິ່ງທີ່ແປກໃໝ່ ແລະ ເປັນເອກະລັກດີ. ແຕ່ມັນກໍ່ເລີ່ມລະເຫີຍຫາຍເມື່ອເວລາຜ່ານໄປ. ຂ້ອຍຍັງກັບເຂົ້າໄປໃນເມືອງເປັນບາງເວລາ. ບາງຊ່ວງດົນໆຄັ້ງ ແລະ ບາງຊ່ວງກໍ່ຄ່ອນຂ້າງບ່ອຍ, ເໝືອນກັບຊ່ວງນີ້ທີ່ຂ້ອຍກຳລັງຢູ່ໃນຊ່ວງພັກຮຽນລະດູໜາວ.

    ຊ່ວງນີ້ນັກຮຽນຄົນອື່ນພາກັນກັບບ້ານໄປຢ້ຽມຢາມຄອບຄົວ ຂ້ອຍເລີຍໄດ້ພົບພໍ້ກັບຜູ້ຄົນໜ້ອຍລົງ(ເຊິ່ງໃນຊ່ວງເປີດສົກຮຽນຂ້ອຍກໍ່ບໍ່ໄດ້ປະຕິສຳພັນກັບຜູ້ຄົນຫຼາຍຢູ່ດີ). ສິ່ງຫຼັກໆທີ່ຂ້ອຍເຮັດໃນຊ່ວງນີ້ມີຢູ່ສາມຢ່າງ: ໜຶ່ງ, ເຮັດວຽກທີ່ຫໍສະໝຸດໂຮງຮຽນ. ເຖິ່ງວ່າຂ້ອຍໄດ້ເຮັດວຽກນີ້ມາໜຶ່ງເທີມແລ້ວ ແຕ່ຖ້າໃຫ້ເວົ້າຕົງໆຂ້ອຍເກືອບບໍ່ໄດ້ຮຽນຮູ້ຫຍັງຫຼາຍກ່ຽວກັບຫໍສະໝຸດເລີຍ ຈົນຕອນນີ້ຈຶ່ງໄດ້ເຫັນພາບຊັດວ່າລະບົບຂອງຫໍສະໝຸດເຮັດວຽກແນວໃດ. ແນວໃດກໍ່ຕາມ, ສິ່ງທີ່ຂ້ອຍໄດ້ເຮັດກໍ່ຍັງຖືວ່າເປັນພຽງເສດສ້ຽວເລັກນ້ອຍເທົ່ານັ້ນ. ຂ້ອຍເລີ່ມເຮັດວຽກແຕ່ 9 ໂມງເຊົ້າຈົນເຖິ່ງ 5 ໂມງແລງ. 7 ຊົ່ວໂມງຕໍ່ມື້, ເໝືອນກັບການໄດ້ເຮັດວຽກເຕັມຕົວ ເວລາກັບມາຮອດຫໍຂ້ອຍກະບໍ່ມີຮ່ຽວແຮງທີ່ຈະເຮັດຫຍັງຕໍ່ແລ້ວ. ນອກຈາກການໄດ້ຮຽນຮູ້ລະບົບການເຮັດວຽກຂອງຫໍສະໝຸດ, ຂ້ອຍຍັງໄດ້ຮຽນຮູ້ວິທີການສື່ສານທີ່ຄົນທີ່ເຮັດວຽກຮ່ວມກັນໃຊ້ອີກ ໂດຍສະເພາະການເອົາໃຈໃສ່ກັນໃນຖານະເພື່ອນຮ່ວມງານ ແລະ ມະນຸດຄົນໜຶ່ງ. ຂ້ອຍເຊື່ອມາສະເໝີວ່າ, ການມີເພື່ອນຮ່ວມງານທີ່ດີເຮັດໃຫ້ປະສົບການເຮັດວຽກດີໄປແລ້ວເຄິ່ງໜຶ່ງ. ສອງ, ຄິດ. ການຄົບຄິດ ແລະ ທົບທວນສິ່ງທີ່ໄດ້ປະສົບພົບພໍ້ມາຖືວ່າເປັນໜຶ່ງສິ່ງທີ່ຂ້ອຍຄັ່ງໄຄ້ຫຼາຍເລີຍກໍ່ວ່າໄດ້. ເຖິ່ງວ່າຂ້ອຍຈະເຮັດວຽກ 7 ຊົ່ວໂມງຕໍ່ມື້ ແຕ່ບໍ່ແມ່ນທຸກເວລາທີ່ຂ້ອຍຕ້ອງໃຊ້ສະມາທິສູງໃນການເຮັດວຽກ ຂ້ອຍເລີຍມີຊ່ວງເວລາທີ່ສາມາດປົດປ່ອຍໃຫ້ຄວາມຄິດໃນຫົວອອກມາແລ່ນຫຼີ້ນໄດ້ຢ່າງເຕັມທີ່, ເຊິ່ງນັ້ນລວມເຖິ່ງການເຂົ້າໄປປະຈົນໄພໃນດິນແດນຂອງຂ້ອຍເຊັ່ນກັນ. ແລະ ສາມ ແມ່ນ ການລອງເຮັດອາຫານ ແລະ ເຂົ້າໜົມຕາມທີ່ສົນໃຈ. ມັນເປັນຂໍ້ດີຂອງການຢູ່ຄົນດຽວ ເພາະບໍ່ຕ້ອງກຽມອາຫານໃຫ້ຫຼາຍຄົນ ແລະ ບໍ່ຕ້ອງມີຂໍ້ຄວນລະວັງ ຫຼື ຄາດຫວັງຫຼາຍກັບຜົນລັບຂອງລົດຊາດ. ຂ້ອຍເລີຍສາມາດທີ່ຈະລອງເຮັດ ແລະ ຜິດພາດໄດ້ຢ່າງເຕັມທີ່. 

    ກັບມາສູ່ດິນແດນຂອງຂ້ອຍ, ເມືອງແຫ່ງມ່ານໝອກ. ເຈົ້າຄິດວ່າເຈົ້າຊື່ສັດກັບຕົນເອງເທົ່າໃດ? ນັ້ນຄືສິ່ງທີ່ຂ້ອຍຖືໄປກັບຂ້ອຍເມື່ອຂ້ອຍເຂົ້າໄປໃນເມືອງ, ຈົ່ງຊື່ສັດ, ຢ່າຢ້ານ ພຽງເບິ່ງ ແລະ ຄອຍສັງເກດວ່າສິ່ງຮອບຕົວເຈົ້ານັ້ນແມ່ນຫຍັງ. ການຊື່ສັດ ແລະ ຍອມຮັບຢ່າງແທ້ຈິງມັນບໍ່ງ່າຍເລີຍ, ຢ່າງນ້ອຍມັນກໍ່ເປັນເຊັ່ນນັ້ນສຳລັບຂ້ອຍ. ການຮັບຮູ້ ແລະ ການຍອມຮັບມັນບໍ່ເໝືອນກັນ. ກ່ອນທີ່ຈະບອກວ່າສິ່ງທີ່ຂ້ອຍຄົ້ນພົບໃນມ່ານໝອກແມ່ນຫຍັງຂ້ອຍຕ້ອງເລົ່າຂັ້ນຕອນຂອງການເດີນທາງມາເຖິ່ງຈຸດນີ້ກ່ອນ.​ ເໝືອນກັບການເດີນທາງໃນຊີວິດຈິງ ທີ່ເຈົ້າຕ້ອງມີການກຽມຕົວບໍ່ວ່າຈະເປັນສະບຽງອາຫານ, ແຜນການ, ລົດ, ຫຼື ຄ່າໃຊ້ຈ່າຍ. ການເດີນທາງຂອງຂ້ອຍຕ້ອງມີການກຽມສິ່ງທີ່ຂ້ອຍຈົດຈຳຈາກອາດີດ, ຄວາມເຂົ້າໃຈ, ຄວາມເອື້ອອາລີຕໍ່ຕົນເອງກັບຜູ້ຄົນຫຼືເຫດການໃນຄວາມຊົງຈຳ, ແລະ ສະມາທິ. ດ້ວຍຄວາມທີ່ຂ້ອຍເປັນຄົນທີ່ບໍ່ໄດ້ມີສະມາທິສູງ, ມັນຈຶ່ງເປັນການເດີນທາງໄປກັບ ແລະ ວົນໄປມາຫຼາຍຫົນຈົນນັບບໍ່ຖ້ວນ. 

    ຂ້ອຍເຊື່ອວ່າທຸກຄົນມີຄວາມຝັນ, ບໍ່ແມ່ນຝັນທີ່ເຈົ້າຢາກເປັນ ແຕ່ຝັນເມື່ອເຈົ້ານອນຫຼັບ. ເປັນເວລາປະມານສອງປີທີ່ຂ້ອຍມີຄວາມຝັນທີ່ຄ້າຍຄືກັນເກືອບທຸກຄືນ ຫຼື ຈະວ່າທຸກຄືນກໍ່ວ່າໄດ້ ແລະ ສ່ວນຫຼາຍຂ້ອຍຈົດຈຳມັນໄດ້ທຸກຄັ້ງ. ຄວາມຝັນມີສາມອົງປະກອບຫຼັກຄື: ບ້ານເກີດຂອງຂ້ອຍ, ຄົນໃນຄອບຄົວ, ແລະ ການເດີນທາງທີ່ບໍ່ເປັນໃຈ. ມັນເປັນເລື່ອງທີ່ແປກຫຼາຍທີ່ຂ້ອຍມີຄວາມຝັນແບບເດີມຊ້ຳໆ ເຖິ່ງມັນຈະບໍ່ໄດ້ໜ້າກົວຫຼາຍເໝືອນໜັງສະຫຍອງຂັວນ ແຕ່ກໍ່ຖືວ່າມັນເປັນຝັນຮ້າຍ. ດ້ວຍຄວາມຂັດຂ້ອງໃຈ, ຂ້ອຍເລີຍເລີ່ມພະຍາຍາມທຳຄວາມເຂົ້າໃຈມັນດ້ວຍການຄົ້ນຫາຂໍ້ມູນ ແລະ ການສັງເກດເບິ່ງຄວາມຝັນຂອງຕົນເອງ. ຂ້ອຍເລີ່ມຈາກການຝັງ Podcast ຂອງ The standard ກ່ຽວກັບຄວາມຝັນທີ່ມີຜູ້ຊ່ຽວຊານໃນການຕີຄວາມຄວາມຝັນມາເວົ້າ ຕໍ່ດ້ວຍການເບິ່ງທິດສະດີຄວາມຝັນຂອງ Sigmund Freud ຜູ້ພັດທະນາການວິເຄາະທາງຈິດ. ລາວເຊື່ອວ່າຄວາມຝັນບໍ່ແມ່ນເລື່ອງໄຮ້ສາລະ ແຕ່ເປັນສິ່ງທີ່ມີຄວາມໝາຍບາງຢ່າງ. ທຸກສິ່ງໃນຄວາມຝັນເປັນສັນຍາລັກຂອງບາງສິ່ງ, ສິ່ງດຽວກັນຈະມີຄວາມໝາຍແຕກຕ່າງກັນໄປສຳລັບແຕ່ລະລາຍບຸກຄົນ, ແລ້ວແຕ່ວ່າສິ່ງນັ້ນມີຄວາມໝາຍແນວໃດຕໍ່ກັບບຸກຄົນນັ້ນໃນຊີວິດຈິງ. ທິດສະດີໜຶ່ງຂອງລາວເວົ້າໄວ້ວ່າ “ຄວາມຝັນຄືຕົວແປການເຕີມເຕັມຄວາມປາດຖະໜາທີ່ຖືກກົດທັບໄວ້ຂອງເດັກນ້ອຍ” ເດັກໃນທີ່ນີ້, ໝາຍເຖິ່ງຕົວຕົນຂ້າງໃນຂອງເຮົາ ເຊິ່ງອາດຈະເປັນຕົວຕົນລຶກໆຂອງເຮົາກໍ່ວ່າໄດ້. ໃຫ້ເວົ້າໃນອີກແງ່ຄື ຄວາມຝັນເປັນການເຕີມເຕັມຄວາມຕ້ອງການທີ່ເຮົາບໍ່ສາມາດເຕີມເຕັມໄດ້ໃນຊີວິດຈິງ. ເຊິ່ງມັນບໍ່ໄດ້ເປັນເລື່ອງທີ່ເສຍຫາຍຫຍັງ, ເພາະວ່າການຝັນເປັນການປົດປ່ອຍຢ່າງໜຶ່ງທີ່ຊ່ວຍບັນເທົາຄວາມກົດດັນ ແລະ ຄວາມຄຽດໃນຕົວເຮົາ. ມັນໜ້າສົນໃຈດີ ແຕ່ເໝືອນວ່າມັນບໍ່ຄ່ອຍຈະຕົງກັບຄວາມຝັນ ແລະ ຄວາມຕ້ອງການຂອງຂ້ອຍ. ຂ້ອຍໝັ້ນໃຈວ່າຂ້ອຍບໍ່ໄດ້ຕ້ອງການ ການເດີນທາງທີ່ບໍ່ເປັນໃຈ. ຂ້ອຍເລີຍສືບຫາຂໍ້ມູນຕໍ່ ແລ້ວໄປພົບກັບປະເພດຂອງຄວາມຝັນ. ໜຶ່ງໃນປະເພດຂອງຄວາມຝັນຄ່ອນຂ້າງຕົງກັບສິ່ງທີ່ຂ້ອຍມີຄື Recurring Dream, ມັນເປັນຮູບແບບຄວາມຝັນທີ່ມີຫົວຂໍ້ຫຼືປະເດັນເດີມໆເກີດປາກົດຕົວມາຊ້ຳໆ ເຊິ່ງມັນມີແນວໂນ້ມທີ່ຈະເປັນບັນຫາ ຫຼື ແນວໂນ້ມທີ່ບໍ່ໄດ້ຮັບການແກ້ໄຂໃນຊີວິດຈິງ (ຫາກໃຜສົນໃຈເບິ່ງຄວາມຝັນປະເພດອື່ນໆເຮົາເອົາລີ້ງໄວ້ທ້າຍບົດຂຽນ, ແຕ່ມັນເປັນພາສາອັງກິດເດີ).

    ຕອນນີ້ຂ້ອຍຮູ້ແລ້ວວ່າຂ້ອຍຝັນເຖິ່ງຫຍັງ ແລະ ຄວາມເປັນໄປໄດ້ຂອງຄວາມໝາຍຂອງມັນແມ່ນຫຍັງ. ຄວາມຕ້ອງການຂອງເດັກ: ເດັກໃນຕົວຂ້ອຍຮັກແລະຄອຍນຶກເຖິ່ງບ້ານກັບຄົນໃນຄອບຄົວ. ບາດແຜ: ເປັນບັນຫາ ແລະ ຄວາມກັງວົນທີ່ມີໃນຄອບຄົວ. ຂ້ອຍແນ່ໃຈໄດ້ແນວໃດ, ຂ້ອຍບໍ່ໄດ້ແນ່ໃຈແຕ່ມັນເປັນສິ່ງທີ່ຂ້ອຍຄິດມີຄວາມເປັນໄປໄດ້. ຈາກການບັນທຶກ ແລະ ສັງເກດຫຼາຍອາທິດຂອງຂ້ອຍ, ມີບຸກຄົນໜຶ່ງທີ່ຂ້ອຍເລີ່ມໃຫ້ຄວາມໃສ່ໃຈໃນຊີວິດປະຈຳວັນ, ​ມື້ໃດທີ່ຂ້ອຍນຶກເຖິ່ງ ຫຼື ກັງວົນກ່ຽວກັບລາວຫຼາຍ, ຄືນນັ້ນຂ້ອຍຈະຝັນເຖິ່ງລາວ.

    ຂ້ອຍນຳເອົາຄວາມເຂົ້າໃຈນີ້ເດີນທາງເຂົ້າໄປໃນເມືອງກັບຂ້ອຍ ແລະ ຖາມຕົນເອງໃຫ້ເປີດໃຈ-ຈົ່ງຊື່ສັດກັບຕົນເອງມັນບໍ່ເປັນຫຍັງ. ຜ່ານການເດີນທາງເຂົ້າອອກຫຼາຍຫົນ ເມກໝອກເລີ່ມຈາງຫາຍໄປ ແລະ ຂ້ອຍເລີ່ມເປີດໃຈຍອມຮັບຕົວເອງ. ສິ່ງທີ່ຂ້ອບຄົ້ນພົບໃນເມືອງຕອນນີ້ມິ: ເຮືອນເງິນທີ່ຊຸດໂຊມແລະບໍ່ທົນທານກັບການສັ່ນສະເທືອນ, ສະໜາມເດັກຫຼີ້ນທີ່ແສນສະໜຸກ, ສູນວິທະຍາສາດອາຫານ, ຫໍພິພິຕະພັນຂະໜາດນ້ອຍ, ສານການສຶກສາ, ຄຣິກນິກຈິດຕະແພດ, ຫໍສະໜຸດບວກຄ່າເຝ໋, ບ້ານພັກຂອງຂ້ອຍທີ່ມີຫ້ອງນອນເປັນຫຼັກ, ສູນບໍລິການ, ແລະ ອາຄານແຫ່ງຄວາມເອົາໃຈໃສ່ແລະຮັກໄຄ້ສະຫຼັກດ້ວຍຕົວອັກສອນ HR. ເຊິ່ງຕົວອາຄານຫາກໍ່ຖືກກໍ່ສ້າງໄດ້ບໍ່ດົນ ແຕ່ມີຂະໜາດຄ່ອນຂ້າງໃຫຍ່ເລີຍລະ.​ ສິ່ງເຫຼົ່ານີ້ເປັນສິ່ງທີ່ຂ້ອຍມັກ ຂ້ອຍເລີຍເຫັນມັນໄດ້ຊັດ, ແຕ່ແນ່ນອນວ່າມັນຍັງມີຫຼາຍສ່ວນໃນເມືອງທີ່ຂ້ອຍຍັງຕ້ອງຄົ້ນຫາ. 

    ແລ້ວໝອກໝາຍເຖິ່ງຫຍັງ? ມັນຍັງໝາຍເຖິ່ງ “ຄວາມບໍ່ແນ່ນອນຢູ່ບໍ”? ຕອນນີ້ຂ້ອຍຄິດວ່າມັນແມ່ນສ່ວນຫນຶ່ງ ແຕ່ບໍ່ແມ່ນທັງໝົດ. “ໝອກ” ຄື “ຕົວປ້ອງກັນຄວາມຢ້ານຂອງຂ້ອຍ” ເຊິ່ງກໍ່ຄື ຄວາມຢ້ານການຍອມຮັບຄວາມຈິງ ເພາະຄວາມບໍ່ແນ່ນອນ. ຄວາມບໍ່ແນ່ນອນມີສອງແງ່:  ແງ່ທີ່ໜຶ່ງ, ສິ່ງທີ່ບໍ່ຊັດເຈນ ທີ່ຂ້ອຍບໍ່ຮູ້ວ່າຈະວາງໄວ້ ຫຼື ຮັບມືກັບມັນແນວໃດ. ແງ່ທີ່ສອງ, ສິ່ງທີ່ແນ່ນອນແລະຊັດເຈນ ແຕ່ຂ້ອຍບໍ່ໝັ້ນໃຈວ່າຕົນເອງຈະເຮັດໄດ້. ຕອນນີ້ຂ້ອຍເຫັນມັນແລ້ວ, ເຂົ້າໃຈມັນແລ້ວ, ແລະ ເລີ່ມກໍ່ສ້າງ ກັບ ຊ່ອມແຊມມັນຕໍ່. ແຕ່ບໍ່ຮູ້ວ່າຈະເປີດໃຫ້ຄົນນອກເຂົ້າມາເມື່ອໃດ. ບໍ່ແນ່ວ່າເມື່ອມີຄົນເຂົ້າມາ ມ່ານໝອກອາດຈະກັບມາປົກຄຸມທັງເມືອງອີກທີກໍ່ເປັນໄດ້. 


ລີ້ງ ແລະ ເວັບໄຊ້ອ້າງອີງ:

L. Kelley, Tracey. “The 10 Different Types of Dreams.” Sleepopolis, 30 Nov. 2022, https://sleepopolis.com/education/the-10-different-types-of-dreams/. 

“Freud's Method for Interpreting Dreams.” Freud Museum London, 16 Mar. 2022, https://www.freud.org.uk/education/resources/the-interpretation-of-dreams/freuds-method-for-interpreting-dreams/.

Comments