ຢາກຢຸດເວລາ
ເຈົ້າເຄີຍຮູ້ສຶກບໍ? ຄວາມຮູ້ສຶກທີ່ວ່າ “ຂ້ອຍຢາກຢຸດເວລານະຕອນນີ້ໄວ້”. ທີ່ໜ້າເຄົາເຕີ, ລາວນັ່ງຢູ່ຕັ່ງອີກຕົວດ້ານຊ້າຍຂ້າງໆຂ້ອຍພ້ອມກັບກີຕ້າ ລາວຫຼີ້ນເພງນີ້ແລ້ວຕໍ່ເພງນັ້ນທີ່ຂ້ອຍບໍ່ຮູ້ຈັກ. ລາວເປັນມືກີຕ້າທີ່ບາງຄັ້ງເຮັດໃຫ້ຂ້ອຍຢາກຮຽນຫຼີ້ນມັນ. ເວລາຜ່ານໄປສັກພັກລາວກໍ່ເວົ້າຂື້ນວ່າ "ມາ! ນ້ອງຮ້ອງເພງດຽວອ້າຍຫຼີ້ນກີຕ້າໃຫ້", ຂ້ອຍຕອບ "ບໍ່ລະ, ສຽງນ້ອງບໍ່ມ່ວນ ແລະ ກໍ່ຮ້ອງບໍ່ໄດ້ຈັກເພງ" ພ້ອມກັບສຽງຫົວແຫ້ງໆ. ຂ້ອຍເບິ່ງມືທີ່ຖືປື້ມສະເກັດຮູບກັບສໍ ແລະ ຄິດຕໍ່ໜ້ອຍໜຶ່ງແລ້ວເວົ້າຂື້ນພ້ອມກັບຮອຍຍີ້ມ "ອ້າຍຫຼີ້ນກີຕ້າ ດຽວນ້ອງສະເກັດຮູບອ້າຍຫຼີ້ນ". ລາວຫົວເບົາໆ ແລະ ຕອບ “ຕົກລົງ”. ລາວຫຼີ້ນກີຕ້າໄປເລື້ອຍໆ ເບິ່ງຕົງໄປຂ້າງໜ້າແລະກົ້ມລົງເບິ່ງສາຍກີຕ້າເປັນບາງຄັ້ງຄາວໂດຍບໍ່ໄດ້ຫັນມາເບິ່ງຂ້ອຍທີ່ຈ້ອງລາວຢູ່ຕະຫຼອດເວລາເພື່ອເກັບລາຍລະອຽດເຂົ້າພາບສະເກັດ. ນີ້ເປັນຄັ້ງແລກທີ່ຂ້ອຍສະເກັດຮູບຄົນໂດຍຕົງແບບນີ້, ສິ່ງທີ່ພິເສດຂອງການແຕ້ມຮູບຄືເຮົາຈະສັງເກດເຫັນລາຍລະອຽດຕ່າງໆທີ່ໃນເວລາທົ່ວໄປເຮົາບໍ່ຄ່ອຍໄດ້ສັງເກດເຫັນ ແລະ ນັ້ນເຮັດໃຫ້ຂ້ອຍຮູ້ສຶກອັດສະຈັນໃຈສະເໝີ. ໃນຂະນະທີ່ສະເກັດພາບ ຂ້ອຍຮູ້ສຶກວ່າຕົວລາວຈະເກງໜ້ອຍໜຶ່ງເປັນບາງເວລາ ເຖິ່ງວ່າລາວຈະພະຍາຍາມທຳຕົວສະບາຍໆເປ...