ເລື່ອງສັ້ນ The Mist and ∞ : ການຄົ້ນພົບເມືອງຂອງຈິດໃຈ
ຊ່ວງເວລາ ແລະ ສະຖານທີ່ໜຶ່ງ ທີ່ຂ້ອຍມັກເປັນພິເສດຄື: ຊ່ວງມື້ອາຫານທີ່ໂຮງອາຫານໃນມະຫາໄລທີ່ຂ້ອຍກຳລັງສຶກສາຢູ່. ມັນເປັນບ່ອນທີ່ຂ້ອຍໄດ້ຮຽນຮູ້ຫຼາຍຢ່າງ ແລະ ສະໜຸກທີ່ສຸດ ເພາະມັນເປັນໂອກາດໃນການນັ່ງໂອ້ລົມກັບໝູ່ເພື່ອນທີ່ແສນວິເສດ ແລະ ຫຼັກແຫຼມ. ພວກເຮົາຮຽນຮູ້ກັນແລະກັນ, ຮຽນຮູ້ຕົນເອງ, ແລະ ບັນຫາຕ່າງໆ ດ້ວຍການສົນທະນາທີ່ເປີດໃຈ ແລະ ບໍ່ຕັດສິນ. ຕອນເຊົ້າຂອງມື້ໜຶ່ງພວກເຮົາ ຂ້ອຍ, ຄຣີສເອັຟ, ແລະ ເອັສເດັນ ມານັ່ງໂອ້ລົມກັນລະຫວ່າງທີ່ກິນອາຫານເຊົ້າ. ເປັນການໂອ້ລົມກັນຄັ້ງແລກໃນຫຼາຍວັນທີ່ບໍ່ໄດ້ສົນທະນາກັນ ເພາະເປັນຊ່ວງທີ່ຕ້ອງຂຽນລາຍງານ ແລະ ເຮັດໂຄງການຂອງວິຊາຮຽນ. ຂ້ອຍຈື່ບໍ່ໄດ້ວ່າເລື່ອງລາວມັນເລີ່ມຕົ້ນຂື້ນແນວໃດ, ແຕ່ພໍຮູ້ຕົວອີກທີພວກເຮົາກໍ່ເລີ່ມເວົ້າເຖິ່ງສາດສະດາຈານຄົນໜຶ່ງທີ່ມີຄວາມເປັນເອກະລັກ ແລະ ຄັ່ງໄຄ້ກັບຄວາມຄິດຂອງຕົນເອງຈົນບາງຄັ້ງນັກຮຽນຮູ້ສຶກວ່າລາວບໍ່ໄດ້ໂອ້ລົມກັບພວກເຂົາ ແຕ່ກຳລັງຢູ່ໃນດິນແດນຂອງຕົນ, ເຊິ່ງດິນແດນໃນທີ່ນີ້ແມ່ນ ດິນແດນແຫ່ງຄວາມຄິດ, ຈິດໃຈ, ແລະ ຈິນຕະນາການຂອງລາວ. ຂ້ອຍຍົກຄຳຖາມໜຶ່ງຂື້ນມາຖາມຫຼີ້ນໆວ່າ “ຖ້າຫາກວ່າພວກເຮົາມີດິນແດນຂອງຕົນເອງ, ດິນແດນຂອງຈິດໃຈ. ພວກເຈົ້າຄິດວ່າດິນແດນຂອງພວກເຈົ...