ເລື່ອງສັ້ນ The Mist and ∞ : ການຄົ້ນພົບເມືອງຂອງຈິດໃຈ
ຊ່ວງເວລາ ແລະ ສະຖານທີ່ໜຶ່ງ ທີ່ຂ້ອຍມັກເປັນພິເສດຄື: ຊ່ວງມື້ອາຫານທີ່ໂຮງອາຫານໃນມະຫາໄລທີ່ຂ້ອຍກຳລັງສຶກສາຢູ່. ມັນເປັນບ່ອນທີ່ຂ້ອຍໄດ້ຮຽນຮູ້ຫຼາຍຢ່າງ ແລະ ສະໜຸກທີ່ສຸດ ເພາະມັນເປັນໂອກາດໃນການນັ່ງໂອ້ລົມກັບໝູ່ເພື່ອນທີ່ແສນວິເສດ ແລະ ຫຼັກແຫຼມ. ພວກເຮົາຮຽນຮູ້ກັນແລະກັນ, ຮຽນຮູ້ຕົນເອງ, ແລະ ບັນຫາຕ່າງໆ ດ້ວຍການສົນທະນາທີ່ເປີດໃຈ ແລະ ບໍ່ຕັດສິນ.
ຕອນເຊົ້າຂອງມື້ໜຶ່ງພວກເຮົາ ຂ້ອຍ, ຄຣີສເອັຟ, ແລະ ເອັສເດັນ ມານັ່ງໂອ້ລົມກັນລະຫວ່າງທີ່ກິນອາຫານເຊົ້າ. ເປັນການໂອ້ລົມກັນຄັ້ງແລກໃນຫຼາຍວັນທີ່ບໍ່ໄດ້ສົນທະນາກັນ ເພາະເປັນຊ່ວງທີ່ຕ້ອງຂຽນລາຍງານ ແລະ ເຮັດໂຄງການຂອງວິຊາຮຽນ. ຂ້ອຍຈື່ບໍ່ໄດ້ວ່າເລື່ອງລາວມັນເລີ່ມຕົ້ນຂື້ນແນວໃດ, ແຕ່ພໍຮູ້ຕົວອີກທີພວກເຮົາກໍ່ເລີ່ມເວົ້າເຖິ່ງສາດສະດາຈານຄົນໜຶ່ງທີ່ມີຄວາມເປັນເອກະລັກ ແລະ ຄັ່ງໄຄ້ກັບຄວາມຄິດຂອງຕົນເອງຈົນບາງຄັ້ງນັກຮຽນຮູ້ສຶກວ່າລາວບໍ່ໄດ້ໂອ້ລົມກັບພວກເຂົາ ແຕ່ກຳລັງຢູ່ໃນດິນແດນຂອງຕົນ, ເຊິ່ງດິນແດນໃນທີ່ນີ້ແມ່ນ ດິນແດນແຫ່ງຄວາມຄິດ, ຈິດໃຈ, ແລະ ຈິນຕະນາການຂອງລາວ.
ຂ້ອຍຍົກຄຳຖາມໜຶ່ງຂື້ນມາຖາມຫຼີ້ນໆວ່າ “ຖ້າຫາກວ່າພວກເຮົາມີດິນແດນຂອງຕົນເອງ, ດິນແດນຂອງຈິດໃຈ. ພວກເຈົ້າຄິດວ່າດິນແດນຂອງພວກເຈົ້າເປັນແນວໃດ?” ແຕ່ລະຄົນສະແດງແວວຕາທີ່ສົນໃຈ ແລະ ໃບໜ້າທີ່ງ່ຳຄິດ. ເອັສເດັນເລີ່ມກ່ອນ “ດິນແດນຂອງຂ້ອຍເປັນພູເຂົາທີ່ມີແມ່ນນ້ຳໄຫຼຜ່ານແຕ່ຈອມພູລົງມາສູ່ທະເລອັນເປີດກວ້າງ” ພວກເຮົາຝັງຢ່າງສົນໃຈ ແລະ ສົ່ງຍີ້ມດ້ວຍຄວາມປະທັບໃຈຕໍ່ກັບສິ່ງທີ່ລາວເວົ້າ ແລະ ຕໍ່ກັບຫົວຂໍ້ການສົນທະນານີ້. ຄຣີສເອັຟເລີ່ມເວົ້າ “ດິນແດນຂອງຂ້ອຍເຕັມໄປດ້ວຍອິດສະຫຼະພາບ ປາສະຈາກຂໍ້ຈຳກັດ” ລາວຢຸດພັກເລັກນ້ອຍແລ້ວເວົ້າຕໍ່ “ເປັນດິນແດນທີ່ມີແຕ່ຂ້ອຍທີ່ຮູ້ວ່າມັນຢູ່ໃສ ເປັນແນວໃດ ແລະ ມີແຕ່ຄົນທີ່ຖືກເຊື້ອເຊີນຈາກຂ້ອຍເທົ່ານັ້ນທີ່ຈະສາມາດເຂົ້າມາເຖິ່ງດິນແດນນີ້ໄດ້.” ຂ້ອຍແລະເອັສເດັນງຶກຫົວຂື້ນລົງດ້ວຍຄວາມເຫັນດີ, ມັນເປັນປະເດັນທີ່ດີ: ດິນແດນຂອງຈິດໃຈ ທີ່ມີແຕ່ເຮົາທີ່ຮູ້ວ່າມັນຢູ່ໃສ ເປັນແນວໃດ ແລະ ມີແຕ່ຄົນທີ່ຖືກເຊື້ອເຊີນຈາກເຮົາເທົ່ານັ້ນທີ່ຈະສາມາດເຂົ້າມາເຖິ່ງດິນແດນນີ້ໄດ້. ຍັງເຫຼືອຂ້ອຍທີ່ບໍ່ທັນໄດ້ເວົ້າ, ຂ້ອຍງ່ຳຄິດຕໍ່ ໃນຂະນະທີ່ທັງສອງຄົນລໍຖ້າຝັງ “ດິນແດນຂອງຂ້ອຍເປັນເມືອງແຫ່ງມ່ານໝອກ ຂ້ອຍບໍ່ຮູ້ວ່າເສັ້ນທາງທີ່ຂ້ອຍເຫັນບໍ່ຮອດຫ້າແມັດຈະນຳພາຂ້ອຍໄປໃສ ຫຼື ໃນເມືອງປະກອບມີຫຍັງແດ່” ຂ້ອຍຢຸດຄິດກ່ອນທີ່ຈະເວົ້າຕໍ່ “ຂ້ອຍບໍ່ໄດ້ເຂົ້າມາທີ່ດິນແດນແຫ່ງນີ້ບ່ອຍ ແລະ ບໍ່ເຄີຍເຂົ້າໄປໃນຈຸດທີ່ລຶກສຸດຂອງເມືອງ”. ພວກເຂົາງຶກຫົວຢ່າງເຂົ້າໃຈ. ພວກເຮົາເຫັນຟ້ອງກັນວ່າຈະເອົາຄຳຖາມນີ້ໄປຖາມໝູ່ເພື່ອນຄົນອື່ນໆຕໍ່ໃນພາຍຫຼັງ, ຢາກຮູ້ວ່າດິນແດນຂອງຄົນອື່ນຈະເປັນແນວໃດ.
ຊ່ວງອາຫານທ່ຽງຂອງມື້ຕໍ່ມາ ພວກເຮົານັ່ງເປັນວົງຢູ່ເດີນຫຍ້ານອກໂຮງອາຫານ. ຄາວນີ້ມີໝູ່ເພື່ອນຫຼາຍຄົນໂຮມຕົວກັນ, ພວກເຮົາທີ່ໄດ້ໂອ້ລົມກັນມື້ວານອະທິບາຍການສົນທະນາທີ່ພວກເຮົາໄດ້ແລກປ່ຽນກັນໂດຍຫຍໍ້. ບາງຄົນຝັງດ້ວຍຄວາມສົນໃຈ ໃນຂະນະທີ່ບາງຄົນກໍ່ສັບສົນວ່າມັນແມ່ນຫຍັງ ແລະແລ້ວພວກເຮົາຈົບທ້າຍດ້ວຍການຍົກຄຳຖາມຂື້ນມາ “ພວກເຈົ້າຄິດວ່າດິນແດນຂອງພວກເຈົ້າເປັນແນວໃດ?”. ວົງສົນທະນາງຽບໄປໜ້ອຍໜຶ່ງ, ກ່ອນທີ່ຝັງຣີຖາມສວນກັບມາວ່າ “ເປັນຫຍັງພວກເຈົ້າບໍ່ເລົ່າດິນແດນຂອງພວກເຈົ້າມາກ່ອນລະ?” ພວກເຮົາເຫັນດີ, ເພາະມັນອາດຈະຊ່ວຍໃຫ້ຄົນທີ່ຍັງບໍ່ເຂົ້າໃຈປະເດັນເຫັນພາບຊັດຂື້ນ. ຫຼັງຈາກພວກເຮົານຳສະເໜີດິນແດນຂອງພວກເຮົາແລ້ວທຸກຄົນກໍ່ພາກັນງຶກຫົວພ້ອມໆກັນເໝືອນຂອດຂອງຄວາມສັບສົນໄດ້ຖືກແກ້ອອກ. ສົ້ມລາເລີ່ມເວົ້າຂື້ນ “ດິນແດນຂອງຂ້ອຍເຕັມໄປດ້ວຍຕົ້ນໄມ້ໃຫ້ໝາກຫຼາກຊະນິດ ແລະ ສັດສາວາສິ່ງທີ່ຮັກແພງກັນ”. ຕໍ່ດ້ວຍເອັມດີ້ “ດິນແດນຂອງຂ້ອຍເປັນຖະໜົນຫາບພຽງທີ່ຂ້ອຍສາມາດປັ່ນລົດຖີບໄປໄດ້ຢ່າງເພີດເພີນ ບາງວັນອາກາດດີສົດຊື່ນ ແລະ ບາງວັນກໍ່ຝົນຕົກມືດຄືມ ແລ້ວແຕ່ອາລົມຂອງຂ້ອຍ”. ລີເແອນເຊົາຮັບຕໍ່ “ດິນແດນຂອງຂ້ອຍມີຕົ້ນໄມ້ ແລະ ຮາກໄມ້ທີ່ໃຫຍ່ມະຫຶມາຮອບລ້ອມດ້ວຍພູຜາທີ່ເປັນຖ້ຳຫຼາຍອັນ, ຖ້ຳເຫຼົ່ານີ້ລືກເຂົ້າໄປໃຕ້ດິນ ເຊິ່ງຂ້ອຍເອງກໍ່ບໍ່ຮູ້ວ່າມັນເປັນແນວໃດ ເພາະມັນມືດຫຼາຍຈົນຂ້ອຍເບິ່ງບໍ່ເຫັນຫຍັງ”. ທຸກຄົນຝັງດ້ວຍຄວາມຕື່ນເຕັ້ນຢ່າງງຽບໆ ແລະ ຫັນໜ້າກັບຮ່າງກາຍໄປທີ່ບຸກຄົນທີ່ກຳລັງເວົ້າທຸກຄັ້ງທີ່ມີການປ່ຽນ. ທິດສຸດທ້າຍຈົບທີ່ຝັງຣີ “ດິນແດນຂອງຂ້ອຍຢູ່ໃນປ່າລຶກທີ່ຂຽວສະຫງົບ ແລະ ມີແສງໄຟອັນອົບອຸ່ນຮອບລ້ອມໄປທົ່ວທຸກບໍລິເວນ. ຫ່າງໄກອອກໄປຈະມີສຽງດັງສະໜັ່ນຂອງຜູ້ຄົນໃນເມືອງແຫ່ງແສງສີ ເຊິ່ງຂ້ອຍສາມາດຫາຍຕົວອອກໄປໃນເມືອງ ແລະ ກັບມາໃນປ່າເພື່ອຫາຄວາມສະຫງົບໄດ້”. ຕະຫຼອດເວລາທີ່ພວກເຮົາແລກປ່ຽນຈິນຕະນາການຂອງດິນແດນຂອງຕົນຕໍ່ກັນ, ຂ້ອຍສັງເກດເຫັນລຸງຄົນໜຶ່ງທີ່ອາດຈະເປັນສາດສະດາຈານ ຫຼື ພະນັກງານ (ຂ້ອຍກໍ່ບໍແນ່ໃຈ) ນັ່ງຢູ່ດ້ານຂ້າງຂອງວົງສົນທະນານີ້ ແລະ ຝັງດ້ວຍຄວາມສົນໃຈ ເພາະຂ້ອຍສັງເກດເຫັນລາວຍີ້ມ ແລະ ຫົວເບົາໆກັບແຕ່ລະດິນແດນທີ່ຖືກເລົ່າ. ຂ້ອຍຄິດສອງຈິດສອງໃຈວ່າ ຂ້ອຍຄວນຈະຊວນລາວເຂົ້າມາຮ່ວມວົງສົນທະນາທີ່ໄຮ້ສາລະນີ້ບໍ, ແຕ່ຈົນເຖິ່ງຕອນທ້າຍຂ້ອຍບໍ່ໄດ້ຊວນ. ຂ້ອຍລົມກັບຝັງຣີຕໍ່ເລັກນ້ອຍກ່ຽວກັບດິນແດນຂອງຂ້ອຍ, ຂ້ອຍເລົ່າຕໍ່ວ່າ “ເຖິ່ງເມືອງຈະເຕັມໄປດ້ວຍໝອກ ແຕ່ຂ້ອຍຮູ້ສຶກປອດໄພ ແລະ ອົບອຸ່ນ” ຝັງຣີຖາມ “ເຈົ້າຮູ້ບໍ່ວ່າໝອກເຫຼົ່ານັ້ນສື່ເຖິ່ງຫຍັງ? ຫຼື ມີແຜນທີ່ຈະຮູ້ຈັກເມືອງຂອງເຈົ້າໃຫ້ຫຼາຍຂື້ນບໍ?” ຂ້ອຍຕອບກັບ “ຂ້ອຍຄິດວ່າມັນອາດຈະສື່ເຖິ່ງຄວາມບໍ່ຊັດເຈນ, ໂດຍສະເພາະການທີ່ຂ້ອຍບໍ່ຮູ້ຈັກຕົນເອງດີພໍ” ຂ້ອຍເວົ້າຕໍ່ “ເມືອງມັນກວ້າງ ແລະ ໝອກກໍ່ໜາ ຖ້າຂ້ອຍສຳຫຼວດມັນຄົນດຽວອາດຈະຕ້ອງໃຊ້ເວລາດົນເລີຍ, ບາງທີຂ້ອຍຕ້ອງເຊີນຜູ້ຄົນເຊັ່ນພວກເຈົ້າເຂົ້າມາທີ່ດິນແດນຂອງຂ້ອຍເພື່ອຊ່ວຍກັນສຳຫຼວດໜ້າຈະເປັນການດີ, ເຊິ່ງການເຊື້ອເຊີນນີ້ກໍ່ຄືການສົນທະນາກັນນີ້ລະ”.
Comments
Post a Comment