COA ບັນທຶກ 1

     ຢູ່ຫ່າງໄກຈາກບ້ານເກີດ 12,000 ກວ່າ ກິໂລແມັດ. ມັນກຳລັງເລີ່ມຕົ້ນຂື້ນແລ້ວ ເຖິ່ງວ່າຕົວຂ້ອຍເອງຍັງຮູ້ສຶກລ່ອງລອຍຢູ່. ຈາກການເດີນທາງເກືອບສອງວັນຜ່ານເຂົ້າ-ອອກຫຼາຍປະເທດ ມື້ນີ້ຂ້ອຍມາຮອດແລ້ວ, ທີ່ມະຫາວິທະຍາໄລ College of the Atlantic, ບ່ອນທີ່ຂ້ອຍຈະຢູ່ໃນອີກສີ່ປີຕໍ່ຈາກນີ້. 

    ແຕ່ເຊົ້າ, ຂ້ອຍໄດ້ອອກໄປຂ້າງນອກທັງວັນ. ເລີ່ມຈາກລຸ້ນອ້າຍພາໄປທົວໂຮງຮຽນ ແລະ ຕົວເມືອງ ເຊິ່ງເທົ່າທີ່ສຳພັດໄດ້ ຕອນນີ້ຮູ້ສຶກວ່າສະຖານທີ່ນີ້ງາມ-ສະຫງົບ-ລຽບຫຣູດີ, ຕໍ່ດ້ວຍກິດຈະກຳທຳຄວາມຮູ້ຈັກກັບເພື່ອນນັກຮຽນນານາຊາດປະມານສິບກວ່າຄົນ. ຄວາມຮູ້ສຶກໃນຊ່ວງເວລາເຫຼົ່ານີ້ເໝືອນຂ້ອຍຍັງບໍ່ສາມາດແຕະຕ້ອງສິ່ງຮອບຕົວໄດ້. ໃນຕອນແລງ, ຂະນະທີ່ຂ້ອຍກຳລັງນັ່ງເບິ່ງພະອາທິດຕົກທີ່ຊາຍຝັ່ງທະເລກັບເພື່ອນສອງຄົນທີ່ຫາກໍ່ຮູ້ຈັກກັນ ຄຣິສຕີນາ ແລະ ເຮັນຣີ, ເປັນຄັ້ງແລກຕັ້ງແຕ່ທີ່ມາເຖິ່ງ ຂ້ອຍໄດ້ເລີ່ມຮູ້ສຶກນຶກຜູ້ຄົນທາງບ້ານ ແລະ ເລີ່ມຄິດຂື້ນມາວ່າຕົນເອງມາຢູ່ຈຸດນີ້ໄດ້ແນວໃດ, ມາຢູ່ກັບອີກຄົນສອງຄົນທີ່ພວມເບິ່ງພະອາທິດຕົກນຳກັນ ພ້ອມທັງເລົ່າເລື່ອງລາວຂອງຕົນຢ່າງລະມັດລະວັງ ແລະ ເຫັນໄດ້ຊັດວ່າພວກເຮົາມາຈາກພູມຫຼັງທີ່ແຕກຕ່າງກັນເທົ່າໃດ. ຂ້ອຍພະຍາຍາມເນັ້ນຢ້ຳກັບຕົນເອງ ເປີດໃຈຍອມຮັບຄວາມແຕກຕ່າງ, ໃຫ້ໂອກາດໃຫ້ຄົນອື່ນເຂົ້າເຖິ່ງຕົນເອງ, ແລະ ຢ່າເຊື່ອໃຈຄົນເກີນໄປ. ສິ່ງທີ່ເຮົາເຫັນບໍ່ແມ່ນທັງໝົດ. 

    ຂ້ອຍບໍ່ຮູ້ເລີຍວ່າເສັ້ນທາງນີ້ຈະດຳເນີນ ແລະ ຈົບແນວໃດ. ມີແຕ່ຕ້ອງກ້າວເດີນຕໍ່ໄປເລື້ອຍໆ ແລະ ນີ້ເປັນພຽງກ້າວທຳອິດ. 

    ຈຸດເດັ່ນອີກຢ່າງຂອງວັນກໍ່ຄື ການໄປຝັງ-ເບິ່ງ ເຮັນຣີ ຫຼີ້ນປີອາໂນ, ຝັງເພງຂອງ coldplay ໄປຫຼາຍເລີຍ ແລະ ຮູ້ສຶກວ່າຜູ້ຫຼີ້ນຈະເປັນເໝືອນເພງໂປດຂອງລາວ Da Ba Dee

Comments

Popular posts from this blog

ຄວາມສຳພັນທີ່ປ່ຽນໄປ ແຕ່ມິດຕະພາບຍັງຄົງເດີມ

ຢາກຢຸດເວລາ

Why am I here? ເປັນຫຍັງຂ້ອຍຈຶ່ງມາຢູ່ບ່ອນນີ້? I