ຄວາມສຳພັນທີ່ປ່ຽນໄປ ແຕ່ມິດຕະພາບຍັງຄົງເດີມ

         ວ່າກັນວ່າ ເມື່ອອາຍຸຫຼາຍຂື້ນໝູ່ເພື່ອນທີ່ເຄີຍສະໜຸກເຮຮາຮ່ວມກັນຈະເລີ່ມຈາງຫາຍໄປ ແລະ ເຫຼືອຢູ່ບໍ່ເທົ່າໃດຄົນ. ມັນບໍ່ແມ່ນຄວາມຜິດຂອງໃຜ ພຽງແຕ່ພວກເຮົາເລີ່ມອອກເດີນທາງໄປສູ່ຊີວິດທີ່ກວ້າງຂື້ນເທົ່ານັ້ນເອງ. ແນວໃດກໍ່ຕາມ, ບາງຄັ້ງບາງຄາວເຮົາກໍ່ຈະຄອຍຫວນນຶກເຖິ່ງຊ່ວງເວລາໃນວັນວານນັ້ນ......ຊ່ວງເວລາແຫ່ງຄວາມໄຮ້ດຽງສາ....ເຫັນແກ່ຕົວ.....ບ້າບໍ....ຊ່າງໄຝ່ຝັນ.

           ແສງທອງຕອນບ່າຍຫຼອດຜ່ານຕາມຮູປ່ອງຢ້ຽມເຂົ້າມາໃນຫ້ອງຮຽນ ພາໃຫ້ບັນຍາກາດໃນຫ້ອງອົບອຸ່ນແລະຜ່ອນຄາຍຂື້ນ. ເປັນທຳມະດາຂອງເດັກໃນໄວນີ້ທີ່ຈະເບື່ອໜ່າຍກັບການນັ່ງຈົດບົດຮຽນໄປແບບຜ່ານໆ ແລະ ຫາວນອນເປັນຢາວໆ. ທີ່ໂຕະລຳດັບສາມຕິດກັບຝາຂ້າງປະຕູທາງເຂົ້າ ຂ້ອຍກຳລັງຢືນຢູ່ ເພາະຕອບຄຳຖາມທີ່ຄູຍົກຂື້ນບໍ່ໄດ້......."ອ່າ...ເວລາທີ່ເຮົາບໍ່ສາມາດຕອບຄຳຖາມໄດ້ ມັນຮູ້ສຶກເກັງແນວນີ້ເອງ" ຂ້ອຍຄິດກັບຕົນເອງ.........ເວລາຜ່ານໄປບໍ່ຮອດນາທີ ເດັກຫຍິງແປກໜ້າທີ່ຂ້ອຍບໍ່ຮູ້ຈັກຢູ່ໂຕະດ້ານໜ້າຂອງຂ້ອຍກໍ່ລຸກຂື້ນ ແລະ ໃຫ້ຄຳຕອບທີ່ຖືກຕ້ອງ. ຂ້ອຍທວນຄືນຄຳຕອບຂອງລາວໃຫ້ຄູ ແລະ ໝູ່ໃນຫ້ອງຝັງແລ້ວກໍ່ໄດ້ນັ່ງລົງ. ຫຼັງຈາກນັ້ນບໍ່ດົນ ພໍຈື່ໄດ້ອີກທີ ຂ້ອຍ ແລະ ເດັກຫຍິງຄົນນັ້ນກໍ່ໄດ້ນັ່ງໂຕະດຽວກັນແລ້ວກາຍເປັນເພື່ອນກັນໃນເວລາຕໍ່ມາ. ນັ້ນເປັນຕອນທີ່ຂ້ອຍຮຽນຫ້ອງ ມ.1, ເພິ່ງຍ້າຍມາຢູ່ໂຮງຮຽນຫຼັງໃໝ່ ພົບຜູ້ຄົນໃໝ່ ແລະ ພົບກັບດາວເປັນຄັ້ງແລກ. 

            ຜ່ານໄປໜຶ່ງວັນແລ້ວທີ່ພວກເຮົາບໍ່ໄດ້ລົມ ຫຼື ເວົ້ານຳກັນສັກຄຳ. ພວກເຮົາຍັງນັ່ງທີ່ໂຕະດຽວກັນ. ໃນຂະນະທີ່ຂ້ອຍຫັນໄປລົມກັບນັກຮຽນທີ່ນັ່ງຢູ່ໂຕະດ້ານຫລັງ ແລະ ດາວຍື່ນຫນ້າໄປລົມກັບຄົນທີ່ນັ່ງຢູ່ໂຕະຂ້າງໜ້າ ພວກເຮົາບໍ່ມີໃຜຫັນໄປທາງຂ້າງເພື່ອລົມກັບຄົນທີ່ນັ່ງຮ່ວມຕັ່ງດຽວກັນ. ພວກເຮົາທຳທ່າຍີ້ມແຍ້ມເໝືອນບໍ່ມີຫຍັງເກີດຂື້ນ ເຖິ່ງວ່າຈະມີບັນຍາກາດອັນໜ້າອັດອັ້ນລອຍຢູ່ຮອບຕົວໄປທົ່ວກໍ່ຕາມ. ພວກເຮົາ (ຂ້ອຍ) ບໍ່ຮູ້ວ່າພວກເຮົາບໍ່ພໍໃຈກັນເລື່ອງຫຍັງ ແຕ່ກໍ່ບໍ່ຄິດທີ່ຈະເອີຍປາກຖາມອີກຝ່າຍວ່າມີບັນຫາຫຍັງ......ເວລາຜ່ານໄປບໍ່ເກີນສາມວັນ ພວກເຮົາກໍ່ກັບມາໂອ້ລົມແລະຢອກລໍ້ກັນເໝືອນເດີມ. ເຫດການແບບນີ້ເກີດຂື້ນບ່ອຍໆໃນຕອນນັ້ນ, ຕອນທີ່ເຮົາຮຽນຢູ່ຊັ້ນ ມ.2. ຍ້ອນຄວາມເປັນເດັກ ເຮົາບໍ່ເຄີຍພະຍາຍາມທີ່ຈະຫັນໜ້າເຂົ້າລົມກັນເມື່ອມີບັນຫາ ແຕ່ກໍ່ຍ້ອນຄວາມເປັນເດັກ ເຮົາໄດ້ກັບມາຫຼີ້ນນຳກັນອີກຄັ້ງສະເໝີ ໂດຍປ່ອຍໃຫ້ຄວາມງຽບຂຶມກ່ອນໜ້ານັ້ນລອຍໄປກັບອາກາດຢ່າງບໍ່ໃສ່ໃຈ.

            ໂຮງຮຽນທີ່ກວ້າງໃຫຍ່ ແຕ່ງຽບສະຫງົບ. ນັກຮຽນເປັນພັນກ່ອນເຂົ້າຮຽນຊົ່ວໂມງທຳອິດໃນຕອນເຊົ້ານີ້ ຫາຍໜ້າໄປໝົດພາຍໃນສອງຊົ່ວໂມງ ແລະ ເຫຼືອຢູ່ບໍ່ເທົ່າໃດຄົນໃນແຕ່ລະຫ້ອງຮຽນ. ເປັນເລື່ອງທຳມະດາຂອງຊ່ວງທົບທວນບົດຮຽນເພື່ອກຽມສອບເສັງພາກຮຽນ I ທີ່ຄູຈະຂື້ນຫ້ອງບໍ່ເປັນປົກກະຕິ ແລະ ນັກຮຽນກໍ່ຕື່ນເຕັ້ນດີໃຈທີ່ຈະໄດ້ກັບບ້ານໄວກວ່າເວລາທົ່ວໄປ. ແດດອຸ່ນໆກະທົບກັບມືທີ່ຖືປື້ມແບບຮຽນແລະໃບໜ້າທີ່ໜາວສັ່ນໃນອາກາດເຢັນໆຂອງລະດູໜາວ ເຮັດໃຫ້ພວກເຮົາທີ່ມຸ່ງໜ້າໄປທີ່ຫ້ອງການຄູປະຈຳຫ້ອງ ຮູ້ສຶກມີແຮງໃຈໃນການຮຽນແກ້ໂຈດຝີຊິກກັບຄູ. ປະຕູຫ້ອງປິດຢູ່ ເມື່ອພວກເຮົາໄປຮອດໜ້າຫ້ອງການຄູ......"ຄົງເປັນເພາະອາກາດໜາວປະຕູເລີຍຖືກປິດໄວ້ ເພື່ອບໍ່ໃຫ້ລົມໜາວຜ່ານເຂົ້າໄປໃນຫ້ອງ", ພວກເຮົາຄິດ. ພວກເຮົາເປີດປະຕູ ແລະ ຍ່າງເຂົ້າໄປໃນຫ້ອງດ້ວຍຄວາມມຸ່ງໝັ້ນ ກ່ອນທີ່ຈະສັງເກດເຫັນທຸກສາຍຕາຂອງບັນດາຄູໃນຫ້ອງຈ້ອງມາທີ່ພວກເຮົາ....ພວກເຮົາຫັນໄປເບິ່ງໜ້າກັນແບບງຸ່ນງົງ ແລະ ກຳລັງຈະຍ່າງກ້າວໄປຕໍ່ ກ່ອນທີ່ຄູຄົນໜຶ່ງເວົ້າຂື້ນ "ພວກຄູຍັງລວມຢູ່ ຈຸນ້ອງອອກໄປກ່ອນ". ໂດຍບໍ່ຕ້ອງລໍຖ້າຝັງອີກຊ້ຳສອງ ພວກເຮົາຮີບຍ່າງອອກມາຈາກຫ້ອງການຄູຢ່າງໄວພ້ອມກັນ ເໝືອນກັບວ່າອ່ານໃຈກັນໄດ້. ພໍຍ່າງຜ່ານຫ້ອງການຄູໄປໄກ ພວກເຮົາກໍ່ພ້ອມຫົວສຽງດັງຈົນເຈັບທ້ອງກັບເຫດການທີ່ເພິ່ງປະສົບມາ. ບໍ່ຮູ້ວ່າຍ້ອນຄວາມອາຍ ຫຼື ຍ້ອນຫຍັງ ແຕ່ການຫົວນັ້ນເຮັດໃຫ້ຄວາມຜິດພາດນີ້ກາຍເປັນເລື່ອງເລັກນ້ອຍແລະສະໜຸກ ແລະ ພວກເຮົາກໍ່ບໍ່ໄດ້ຮຽນແກ້ໂຈດຂໍ້ນັ້ນເລີຍ. ຊ່ວງ ມ.3 ຊ່ວງທີ່ລອງພະຍາຍາມຕັ້ງໃຈຮຽນ ແຕ່ກໍ່ບໍ່ໄດ້ບົດຮຽນຢູ່ດີ. 

            ປີນີ້ພວກເຮົາປ່ຽນຈາກໂບຜົມສີຟ້າທີ່ມັດຢູ່ປາຍຜົມມາເປັນໂບສີແດງ, ປ່ຽນຈາກຜ້າແດງເຍົາວະຊົນມາເປັນເສື້ອຟ້າຂອງຊາວໜຸ່ມ, ແລະພວກເຮົາກໍ່ປ່ຽນຕຶກຮຽນອີກຄັ້ງ. ໃນຕອນຕົ້ນສົກຮຽນທີ່ຂ້ອຍມີລາຍຊື່ຢູ່ຫ້ອງຮຽນທີ່ຕຶກເກົ່າ ຂ້ອຍຮູ້ສຶກເສຍໃຈຫຼາຍທີ່ຕ້ອງແຍກຫ້ອງຮຽນກັບໝູ່ ທັງທີ່ຕອນ ມ.1 ຂ້ອຍກໍ່ເຄີຍຖືກແຍກຈາກໝູ່ທີ່ຮຽນຊັ້ນປະຖົມມານຳກັນ, ເຊີ່ງໃນຕອນນັ້ນກໍ່ບໍ່ໄດ້ຮູ້ສຶກຫຍັງ. ໃນຫ້ອງຮຽນປີນີ້ ມີນັກຮຽນທີ່ຍ້າຍມາຈາກຫຼາຍໂຮງຮຽນທົ່ວແຂວງເຮັດໃຫ້ມີນັກຮຽນຫຼາຍໜ້າຄ໋າຕາ ແລະ ນິໄສໃຈຄໍທີ່ແປກໃໝ່, ສິ່ງໜຶ່ງທີ່ຂ້ອຍທົນບໍ່ໄດ້ເລີຍຄື: ກິ່ນຢາສູບທີ່ລອຍຢູ່ທົ່ວຫ້ອງ. ຕອນນັ້ນຂ້ອຍຄິດຢູ່ສອງແງ່ວ່າ ຖ້າຂ້ອຍບໍ່ເສຍຄົນຍ້ອນເລີ່ມຮຽນສູບຢາເໝືອນນັກຮຽນໃນຫ້ອງ ກໍ່ຕ້ອງເປັນໂລກປອດອັກເສບຍ້ອນສູດເອົາກິ່ນຢາສູບແນ່ນອນ. ດັ່ງນັ້ນ, ພໍໄດ້ຍິນວ່າຈະມີການເລືອກນັກຮຽນໄປທີ່ຕຶກໃໝ່ເພິ່ມ ຂ້ອຍຈຶ່ງບໍ່ລໍຊ້າທີ່ຈະໄປຫາອາຈານແລະຂໍຍ້າຍທັນທີ. ປີນີ້ເປັນປີທີ່ພວກເຮົາເຝິກຊ້ອມການສະແດງຢ່າງໜັກ ທັງທີ່ໂຮງຮຽນແລະແກ້ວປັນຍາ, ພວກເຮົາຊ້ອມແຕ່ກາງວັນຈົນເຖິ່ງກາງຄືນແບບບໍ່ຮູ້ອິດເໝື່ອຍ ແລະ ເປັນອີກປີ ທີ່ຂ້ອຍເຫັນດາວຮ້ອງໄຫ້ຍ້ອນເລື່ອງທາງຄອບຄົວ, ເຊິ່ງຫຼັງຈາກນັ້ນ ດາວກໍ່ເລີ່ມປ່ຽນໄປ. ດາວເລີ່ມມີເວລາວ່າງໜ້ອຍລົງ, ມີຄວາມຮັບຜີດຊອບ ແລະ ເປັນຜູ້ໃຫຍ່ຫຼາຍຂື້ນ. ປີ ມ.5 ນັ້ນຊ່າງເປັນປີແຫ່ງການປ່ຽນແປງ ແຕ່ໂດຍສ່ວນຕົວແລ້ວຂ້ອຍບໍ່ມີຫຍັງປ່ຽນໄປຫຼາຍ ກ່ອນທີ່ຈະຍ່າງກ້າວເຂົ້າປີ ມ.6.

            ການຕື່ນແຕ່ເຊົ້າມືດເປັນສິ່ງໜຶ່ງທີ່ຂ້ອຍຊັງແລະບໍ່ເຄີຍເຮັດໄດ້. ປີນີ້ຂ້ອຍກາຍເປັນເອື້ອຍໃຫຍ່ຢູ່ໃນເຮືອນເພາະວ່າເອື້ອຍທັງສອງຄົນຂອງຂ້ອຍໄດ້ໄປສືບຕໍ່ການຮຽນຢູ່ທີ່ນະຄອນຫຼວງວຽງຈັນ ແລະ ເປັນປີທີ່ຂ້ອຍມີນ້ອງນ້ອຍອີກສອງຄົນ ເຮັດໃຫ້ໜ້າວຽກໃນເຮືອນທີ່ຂ້ອຍບໍ່ຄ່ອຍໄດ້ເຮັດກາຍມາເປັນພາລະກິດປະຈຳວັນ. ນອກນັ້ນ, ປີນີ້ ຂ້ອຍກໍ່ເລີ່ມຮັບສອນເພີ່ມພິເສດພາສາອັງກິດໃຫ້ນັກຮຽນ ແລະ ສອນພາສາລາວໃຫ້ເພື່ອນຕ່າງຊາດ ຖືວ່າເປັນປີທີ່ເກືອບບໍ່ມີເວລາພັກຫາຍໃຈເລີຍກໍ່ວ່າໄດ້. ເນື່ອງຈາກຫຼາຍໜ້າທີ່ທີ່ຕ້ອງໄດ້ເຮັດ ຂ້ອຍຈຶ່ງຕັດສິນໃຈລາອອກຈາກສູນພາສາອັງກິດແກ້ວປັນຍາ ເພາະວ່າແນວໃດຂ້ອຍກໍ່ປ້ອງກັນບົດ ແລະ ໄດ້ຮັບໃບຈົບການເຝິກພາສາອັງກິດແລ້ວ, ສ່ວນໜ່ວຍງານສິນລະປະຂອງໂຮງຮຽນຂ້ອຍກໍ່ຖອນຕົວອອກມາເຊັ່ນກັນ ແຕ່ກໍ່ຍັງມີການເຝິກຊ້ອມການສະແດງໄປທີ່ແກ້ວປັນຍາເປັນບາງຄັ້ງຄາວ. ດ້ວຍຄວາມທີ່ພວກເຮົາໄດ້ມີໜ້າທີ່ຮັບຜິດຊອບຫຼາຍຂື້ນໃນຄົນລະໜ້າວຽກ ເຮັດໃຫ້ພວກເຮົາເຮັດກິດຈະກຳນຳກັນໜ້ອຍລົງເມື່ອທຽບກັບປີທີ່ຜ່ານມາ ແລະບໍ່ຄ່ອຍໄດ້ລົມກັນນອກຈາກເວລາມາໂຮງຮຽນ. ແນວໃດກໍ່ຕາມ, ພວກເຮົາຍັງຄົງຮັກສາມິດຕະພາບໄວ້ແລະຄອຍໃຫ້ກຳລັງໃຈກັນແລະກັນ. ປີ ມ.6 ຜ່ານໄປແບບບໍ່ຮູ້ຕົວ ແລະ ເຮົາກໍ່ກາຍມາເອື້ອຍໃຫຍ່ໃນໂຮງຮຽນ. 

            ກຸ່ມເດັກໄວລຸ້ນກຳລັງແຂ່ງກິລາພື້ນບ້ານຕໍ່ແລ້ກັບກຸ່ມລຸງປ້ານ້າອ່າວ. ເປັນຄັ້ງແລກທີ່ພວກເຮົາໄດ້ເປັນນັກກິລາຕົວແທນຂອງໂຮງຮຽນ. ຍັງຈື່ໄດ້ດີວ່າ ພວກເຮົາໄດ້ເຝິກຊ້ອມກັນຢ່າງໜັກ ແລະ ຮູ້ສຶກກົດດັນທຸກຄັ້ງທີ່ລົງສະໜາມແຂ່ງ. ເຖິ່ງຈະບໍ່ໄດ້ເປັນເລີດ ແຕ່ພວກເຮົາກໍ່ສາມາດຍາດເອົາລາງວັນທີ່ສາມມາໄດ້ ຖືວ່າເຮັດໄດ້ດີພໍຄວນສຳລັບການລົງແຂ່ງຢ່າງຈິງຈັງຄັ້ງແລກຂອງພວດເຮົາ. ປີນີ້ເປັນປີສຸດທ້າຍແລ້ວຂອງການເປັນນັກຮຽນ ມ. ປາຍ (ເຖິ່ງວ່າໃນອີກສອງປີຕໍ່ມາຂ້ອຍກະຍັງເປັນນັກຮຽນ ມ.ປາຍ ຢູ່ທີ່ປະເທດໄທ ໃນຂະນະທີ່ໝູ່ເພື່ອນຄົນອື່ນໆເລີ່ມເປັນນັກສຶກສາໃນຮົ້ວມະຫາໄລກໍ່ຕາມ) ພວກເຮົາພາກັນລົມເລື່ອງຊີວິດຫຼັງ ມ.ປາຍຫຼາຍຂື້ນ ແລະ ພະຍາຍາມຄວ້າທຸກໂອກາດໃນການເຮັດສິ່ງຕ່າງໆໃຫ້ໄດ້ຫຼາຍທີ່ສຸດ. ສຳລັບຕົວຂ້ອຍແມ່ນໄດ້ລ່າທຶນຕໍ່ໄປແລະສົມຫວັງກັບການໄດ້ໄປແລກປ່ຽນທີ່ປະເທດຍີ່ປຸ່ນກັບໂຄງການ JENESYS ແລະ ໄປຮຽນຕໍ່ ມ. ປາຍ ທີ່ໂຮງຮຽນ UWC ປະເທດໄທ ເປັນເວລາ 2 ປີ (ອືມ....ແມ່ນແລ້ວ! ພວກທ່ານອ່ານຖືກແລ້ວ, ເຮົາຮຽນຈົບ ມ.ປາຍ ແລະ ໄປຮຽນຕໍ່ ມ.ປາຍ ອີກທີ ). ປີ ມ.7 ນີ້ຖືວ່າເປັນປີທີ່ພວກເຮົາແຕ່ລະຄົນໄດ້ຫຍຸ້ງກັບເປົ້າໝາຍຂອງຕົນເອງຫຼາຍ, ເປັນປີທີ່ເຮົາໄດ້ກຽມຕົວເພື່ອກ້າວອອກໄປສູ່ໂລກທີ່ແປກໃໝ່ ແລະ ກວ້າງຂື້ນ. 

            ນັບແຕ່ປີສຸດທ້າຍນັ້ນ ເວລາກໍ່ຜ່ານມາ 3 ປີແລ້ວ, ຖ້າຖາມວ່າ ຂ້ອຍກັບດາວຍັງເປັນເພື່ອນກັນບໍ? ເປັນ. ຍັງໄດ້ຕິດຕໍ່ກັນບໍ? ບາງຄັ້ງຄາວ. ຍັງເປັນຄົນຮູ້ໃຈກັນດີບໍ? ບໍ່ເທົ່າໃດແລ້ວ. ເຖິ່ງວ່າຄວາມໃກ້ຊິດຈະປ່ຽນໄປຫຼາຍ ແຕ່ສຳລັບເຮົາ (ບໍ່ຮູ້ວ່າດາວ ຄິດແນວໃດ) ດາວຍັງເປັນຄົນທີ່ເຮົາ ນຶກເຖິ່ງ, ນັບຖື, ແລະ ເປັນແຮງບັນດານໃຈໃຫ້ກັນມາສະເໝີ. 

ຄວາມສຳພັນທີ່ປ່ຽນໄປ ແຕ່ມິດຕະພາບຍັງຄົງເດີມ 

Comments

Popular posts from this blog

ຢາກຢຸດເວລາ

Why am I here? ເປັນຫຍັງຂ້ອຍຈຶ່ງມາຢູ່ບ່ອນນີ້? I