Why am I here? ເປັນຫຍັງຂ້ອຍຈຶ່ງມາຢູ່ບ່ອນນີ້? I
ເຈົ້າເຄີຍຕັ້ງຄຳຖາມນີ້ບໍ? ເປັນຫຍັງຂ້ອຍຈຶ່ງມາຢູ່ບ່ອນນີ້, ມັນເປັນຄວາມຮູ້ສຶກທີ່ເຮົາຮູ້ສຶກສັບສົນວ່າ ເຮົາມາຢູ່ບ່ອນນີ້ເພື່ອຫຍັງ?ເຮົາຄວນເຮັດຫຍັງ?ຈະໄປຕໍ່ແນວໃດ?. ເຮົາຕັດສິນໃຈຖືກແລ້ວບໍ? ເຈົ້າຖາມບ່ອຍບໍ?
ເປັນຫຍັງຂ້ອຍຈຶ່ງມາຢູ່ບ່ອນນີ້? ຂ້ອຍກຳລັງເຮັດຫຍັງຢູ່? I
ມື້ນີ້ຂ້ອຍເລີກສອນເວລາ 19:16 ແລະກັບມາຮອດເຮືອນເວລາ 19:40, ມື້ນີ້ຂ້ອຍໃຊ້ເວລາຫຼາຍກວ່າປົກກະຕິ. ໂດຍທົ່ວໄປແລ້ວການຂັບລົດໄປ ຫຼື ກັບລະຫວ່າງເຮືອນຂ້ອຍແລະໂຮງຮຽນໃນຄວາມໄວລະຫວ່າງ 40 ຫາ 50 ແມ່ນໃຊ້ເວລາບໍ່ເກີນ 8 ນາທີ ແຕ່ມື້ນີ້ຂ້ອຍໃຊ້ເວລາດົນກວ່າປົກກະຕິເກືອບ 20 ນາທີເພາະຂ້ອຍຂັບລົດຊ້າເໝືອນເຕົ່າ ແຖມຍັງບໍ່ຕໍ່ເນື່ອງເທົ່າການຍ່າງໄປເລື້ອຍໆຍ່າງສະໝ່ຳາສະເໝີຂອງເຕົ່າອີກ ເພາະຂ້ອຍຈະຂັບໄປປະມານ 30 ວິນາທີແລ້ວຢຸດສັກພັກ ກ່ອນໄປຕໍ່ແລ້ວຢຸດອີກແລ້ວຈຶ່ງໄປຕໍ່ ແລະ ເຮັດແບບນີ້ຕໍ່ໆໄປ. ສາເຫດທີ່ຂ້ອຍຕ້ອງຂັບລົດເປັນເຕົ່າແບບນີ້ກໍ່ເພາະວ່າຂ້ອຍຢາກໄຕ້ໄຟ ແລະ ໝັ້ນໃຈວ່າເດັກນ້ອຍແປກໜ້າຄົນທີ່ກຳລັງຍ່າງຢູ່ດ້ານໜ້າກັບເຖິ່ງບ້ານຢ່າງປອດໄພ.
ໃນຂະນະທີ່ຂ້ອຍກຳລັງຂັບລົດກັບບ້ານ ແລະ ຝັງເພງຜ່ານສາຍຝັງຫູແບບເພີນໆ (I get defensive...and insecure...my own worst critic behind a closing door, I'm fragile...) ແລ້ວຂ້ອຍກໍ່ສັງເກດເຫັນເດັກນ້ອຍອາຍຸປະມານ 5-6 ປີ ຄົນໜຶ່ງເປ່ຖົງຮຽນ ແລະ ຖືກະຕ່າເຂົ້າທ່ຽງກຳລັງຍ່າງຄົນດຽວຕາມທາງໃນຄວາມມືດ. ຂ້ອຍຂີ່ລົດຜ່ານໄປແລ້ວຄິດ “ຂ້ອຍຄວນຢຸດລົດແລ້ວກວດເບິ່ງບໍວ່າເຮືອນລາວຢູ່ແຖວນີ້ບໍ? ມີຄົນມາຮັບລາວບໍ?ຂ້ອຍກັງວົນໄປເອງບໍ? ຈະຢຸດລົດ ຫຼື ບໍ່ຢຸດລົດດີ?”. ພໍຂັບລົດຜ່ານທາງໂຄ້ງມາຂ້ອຍກໍ່ຢຸດລົດແລະຄອຍສັງເກດເບິ່ງວ່າເດັກຊາຍຄົນນັ້ນຈະລ້ຽວເຂົ້າເຮືອນຫຼັງໃດຕາມທາງຫັ້ນບໍ ຫຼື ຍ່າງເຂົ້າຊອຍແຖວນີ້ບໍ? ຂ້ອຍຖ້າ, ເພງໃນສາຍຝັງຫູຍັງເປີດຢູ່ແຕ່ບໍ່ຮູ້ວ່າແມ່ນເພງຫຍັງແລ້ວ. ລາວຍ່າງຜ່ານເຮືອນຫຼັງທີ່ໜຶ່ງ ແລະ ຫຼັງທີ່ສອງ ແລະ ຫຼັງທີ່ສາມ, ຍ່າງຜ່ານຊອຍແຍກມາ ແລະ ຜ່ານເຮືອນຫຼັງທີ່ສີ່. ຂ້ອຍປົດສາຍຝັງຫູແລະພະຍາຍາມທັກໃນນ້ອງເຂົາຢຸດ ແລ້ວລົມກັບລາວ:
ຂ້ອຍ: “ນ້ອງຍ່າງກັບເຮືອນຄົນດຽວບໍ?”
ເດັກຊາຍ: “ອືມ”
ຂ້ອຍ: “ເຮືອນນ້ອງຢູ່ອີກໄກບໍ?”
ເດັກຊາຍ: “ໄກ, ຢູ່ກະພຸ້ນ!”
ຂ້ອຍ: “ບໍ່ມີໃຜມາຮັບບໍ?”
ເດັກຊາຍ: “ບໍ່”
ຂ້ອຍ: “ໃຫ້ເອື້ອຍໄປສົ່ງບໍ່?”, ລາວສ່າຍຫົວ.
ຂ້ອຍ: “ນ້ອງຈະຍ່າງກັບຄົນດຽວມືດໆແນວນີ້ບໍ?”, ລາວກຽມຍ່າງຕໍ່ ຂ້ອຍພະຍາຍາມເວົ້າຕໍ່
ຂ້ອຍ: “ໃຫ້ເອື້ອຍໄປສົ່ງບໍ? ເອື້ອຍກໍ່ໄປທາງນັ້ນເຊັ່ນກັນ”, ລາວກຽມຍ່າງຕໍ່ ແລະຂ້ອຍພະຍາຍາມເວົ້າຕໍ່ອີກ.
ຂ້ອຍ: “ນ້ອງຢ້ານເອື້ອຍບໍ? ເອື້ອຍບໍ່ເຮັດຫຍັງດອກ ໃຫ້ເອື້ອຍໄປສົ່ງເນາະມືດແລ້ວ”, ລາວບໍ່ສົນໃຈແລ້ວຍ່າງຕໍ່ໄປ.
ສົງໄສນ້ອງເຂົາຄົງບໍ່ໄວ້ໃຈຄົນແປກໜ້າ ຫຼື ບໍ່ຕ້ອງການຄວາມຊ່ວຍເຫຼືອແທ້ໆ. ຂ້ອຍບໍ່ຄວນໄປກົດດັນນ້ອງເຂົາ ດຽວລາວຈະຕົກໃຈແລະຢ້ານຂ້ອຍຕື່ມໄປອີກ. ແລ້ວຄາວນີ້ຂ້ອຍຕ້ອງເຮັດແນວໃດລະ! ຂັບລົດກັບບ້ານເລີຍ ຫຼື ຈະໄປສົ່ງນ້ອງເຂົາ? ແຕ່ລາວບໍ່ຍອມຂື້ນລົດໃຫ້ໄປສົ່ງ...... ໂອເຄ, ມັນຈະໃຊ້ເວລາສັກພັກ ຂ້ອຍຈະຂີ່ລົດຕາມແບບຊ້າໆເພື່ອໄຕ້ໄຟຈາກຕາລົດໃຫ້ລາວ ແລະ ເບິ່ງໃຫ້ແນ່ໃຈວ່າລາວກັບຮອດເຮືອນໄດ້ແທ້. ແລ້ວການຂັບລົດແບບເຕົ່າຂອງຂ້ອຍກະເລີ່ມຂື້ນ.
ລະຫວ່າງທີ່ຂັບໄປ ແລະ ຢຸດໄປຂ້ອຍກະສົງໄສວ່ານ້ອງເຂົາຈະຮູ້ສຶກແນວໃດທີ່ຂ້ອຍຂັບຕາມແບບນີ້, ໜຶ່ງ ລາວອາດຈະຮູ້ສຶກອຸ່ນໃຈຂື້ນໜ້ອຍໜຶ່ງທີ່ມີຄົນເບິ່ງຫຼັງ ແລະ ໄຕ້ໄຟໃນບ່ອນມືດໆໃຫ້ ຫຼື ສອງ ຮູ້ສຶກຢ້ານເຂົ້າໄປອີກເພາະເອື້ອຍແປກໜ້ານີ້ຈະຕາມມາເຮັດຫຍັງ. ລາວຍ່າງໄປພ້ອມກັບຫັນມາເບິ່ງວ່າຂ້ອຍຍັງຕາມຫຼັງຢູ່ບໍ່ເປັນບາງຄັ້ງ, ຂ້ອຍຢາກໃຫ້ລາວຮູ້ສຶກເໝືອນຂໍ້ທີ່ໜຶ່ງຫຼາຍກວ່າ ເພາະນັ້ນຄືເຫດຜົນທີ່ຂ້ອຍເຮັດໃນສິ່ງທີ່ເຮັດ ແຕ່ຖ້າລາວຮູ້ສຶກເໝືອນຂໍ້ສອງຂ້ອຍກໍ່ຕ້ອງຂໍໂທດ ແຕ່ກໍ່ຈະເຮັດຢູ່ດີເພາະຂ້ອຍເຫັນແກ່ຕົວຍົກເອົາຄວາມຮູ້ສຶກຂອງຕົນເອງຂື້ນກ່ອນ “ຄວາມຮູ້ສຶກສະບາຍໃຈທີ່ໄດ້ເຫັນລາວກັບຮອດເຮືອນແລ້ວ”.
ລາວຍ່າງຕໍ່ໄປຢ່າງຂະຫຍັນຂັນແຂງແບບບໍ່ສະແດງຄວາມຢ້ານຫຍັງເລີຍ ແລະ ນັ້ນເຮັດຂ້ອຍຂ້ອຍຄິດວ່າ “ນີ້ຕ້ອງບໍ່ແມ່ນຄັ້ງແລກທີ່ລາວຍ່າງກັບບ້ານຄົນດຽວໃນຕອນຄ່ຳແບບນີ້ແນ່ນອນ” ພໍເບິ່ງການຍ່າງຂອງເດັກຊາຍດ້ານໜ້ານີ້ຍ່າງໄປເລື້ອຍໆຂ້ອຍບໍ່ແນ່ໃຈວ່າຕົນເອງຄວນຮູ້ສຶກແນວໃດ, ຊື່ນຊົມໃນຄວາມສາມາດແລະກ້າຫານຂອງເດັກຊາຍ ຫຼື ອີດູຕົນທີ່ລາວຕ້ອງຍ່າງກັບບ້ານເອງແບບນີ້? ຂ້ອຍບໍ່ແນ່ໃຈວ່າຄວນຮູ້ສຶກແນວໃດເພາະຂ້ອຍບໍ່ຮູ້ຫຍັງເລີຍກ່ຽວກັບເດັກຄົນນີ້, ບໍ່ຮູ້ເບື້ອງຫຼັງຂອງສິ່ງທີ່ກຳລັງເກີດຂື້ນກັບລາວໃນຕອນນີ້. ຂ້ອຍມີນ້ອງຊາຍ ແລະ ນ້ອງສາວທີ່ໃຫຍ່ນ້ອຍເທົ່າໆກັບເດັກຄົນນີ້, ພໍນຶກວ່າຖ້ານ້ອງຂອງຂ້ອຍມາຍ່າງຢູ່ແບບນີ້ຂ້ອຍຕ້ອງທົນບໍ່ໄດ້ແນ່ໆ. ຂ້ອຍຕ້ອງຂັບລົດແບບນີ້ໄປໃຫ້ສຸດທາງ.
ຂ້ອຍລຸ້ນມາຕະຫຼອດທາງວ່າລາວຈະລ້ຽວຕອນໃດ. ພວກເຮົາຜ່ານເຮືອນຫຼັງນີ້ ແລະ ຫຼັງນັ້ນ ແລະ ຫຼັງອື່ນໆໄປເລື້ອຍໆ, ເປັນຫຍັງລາວຄືບໍ່ລ້ຽວເຂົ້າເຮືອນຫລັງໃດເລີຍສັກທີ. ຜູ້ຄົນທີ່ຂັບລົດຜ່ານມາເລີ່ມເບິ່ງພວກເຮົາ ແລະ ພໍມາຮອດຈຸດໜຶ່ງກໍ່ມີແມ່ຄົນໜຶ່ງທ້ວງ:
ແມ່.... :“ເປັນຫຍັງຄືວ່າຍ່າງຫວາ?” ລາວບໍ່ສົນໃຈ ແລ້ວຂ້ອຍກໍ່ຕອບແທນ
ຂ້ອຍ: “ນ້ອງກໍ່ຮູ້ເຊັ່ນກັນ, ເຫັນລາວຍ່າງມາຄົນດຽວວ່າຈະໄປສົ່ງແຕ່ລາວກໍ່ບໍ່ຍອມ”
ແມ່.....: “ເນ໋! ໃຫ້ເອື້ອຍນີ້ໄປສົ່ງໄປ!” ລາວບໍ່ສົນ. ລາວຫຼີກທາງໃຫ້ລົດ ແລ້ວຍ່າງໄປຕໍ່.
ຂ້ອຍຕາມລາວໄປເໝືອນເດີມ. ມີລົດໃຫຍ່ຄັນໜຶ່ງມາຈອດຢູ່ດ້ານໜ້າລາວ ລາວຍົກມືຂື້ນ ແລະ ຍ່າງຊ້າລົງ. ຂ້ອຍຄິດ “ຜູ້ປົກຄອງຂອງລາວຂັບລົດມາຮັບແລ້ວແມ່ນບໍ?” ລາວຍ່າງໄປດ້ານຂ້າງລົດ-ຂ້ອຍລຸ້ນ ແລ້ວລາວກໍ່ຍ່າງຜ່ານລົດນັ້ນໄປ. ຂ້ອຍເລີ່ມຂັບລົດອອກໄປແບບຊ້າໆ ແລ້ວໄວຂື້ນ ແລະ ຂັບຜ່ານລາວໄປ. ຂ້ອຍຢຸດລົດຢູ່ທາງໜ້າບ່ອນທີ່ຍັງສາມາດຫັນຫຼັງໄປເຫັນລາວໄດ້. ຂ້ອຍຫວັງວ່າພໍລາວຍ່າງມາຮອດຂ້ອຍລາວຈະບອກໃຫ້ຂັບລົດໄປສົ່ງ ແຕ່ລາວກໍ່ຍ່າງຜ່ານໄປແບບບໍ່ໃສ່ໃຈຂ້ອຍເລີຍ “ໂອເຄ, ໄປກັນແບບນີ້ໃຫ້ສຸດທາງກັນເລີຍ”. ແຖວນີ້ຍັງມີຄົນຢູ່ແດ່ໜ້ອຍໜຶ່ງຕາມຮ້າງຮ້ານແລະເຮືອນຕາມທາງ, ແຕ່ພວກເຮົາກຳລັງຜ່ານທາງປ່າຊ້າ! ລາວຮູ້ບໍ່ວ່າປ່າທາງຂ້າງນີ້ແມ່ນຫຍັງ. ລາວຍັງຍ່າງໄປເລື້ອຍໆຕາມຈັງຫວະ ແລະ ຄວາມໄວເດີມ.
ພໍໄປຜ່ານປ່າຊ້າແລ້ວ ລາວກໍ່ຫັນມາຫາຂ້ອຍຄັ້ງໜຶ່ງ ແລ້ວ ຫັນມາອີກ ແລ້ວລາວກໍ່ລ້ຽວເຂົ້າຊອຍນ້ອຍໆ “ໂອ! ສົງໄສຈະຮອດແລ້ວເນາະ”. ຮູ້ສຶກໂລ່ງໃຈໜ້ອຍໜຶ່ງ. ຕອນທີ່ຈະຂັບຜ່ານຊອຍນັ້ນຂ້ອຍພະຍາຍາມຂັບໃຫ້ຊ້າລົງໄປອີກເພື່ອເບິ່ງເດັກຊາຍນັ້ນຄັ້ງສຸດທ້າຍ. ຂ້ອຍຂັບຜ່ານພໍດີຕອນທີ່ລາວກຳລັງຫັນມາແຕ່ບໍ່ແນ່ໃຈວ່າລາວທັນເຫັນຂ້ອຍບໍ, ແຕ່ຂ້ອຍເຫັນລາວ. ຂ້ອຍສັງເກດເບິ່ງທາງຂ້າງໜ້າຂອງລາວ, ທີ່ທ້າຍທາງເໝືອນກັບວ່າມີໄຟໄຕ້ຢູ່ ຫຼື ບໍ່ມີ! ຂ້ອຍບໍ່ແນ່ໃຈເພາະຊອຍມັນນ້ອຍ ຂ້ອຍທັນເບິ່ງແຕ່ສ່ຽວນາທີດຽວ. ຕອນຂັບຜ່ານມາແລ້ວຂ້ອຍກະສົງໄສວ່າ: ທີ່ລາວຫັນມາຊ້ຳໆເພື່ອເປັນການສະແດງຄວາມຂອບໃຈ ຫຼື ເປັນການບອກວ່າ “ມາຮອດແລ້ວ” ຫຼື ລາວຍັງຢ້ານຢູ່ວ່າຂ້ອຍຈະຕາມລາວໄປຕໍ່ບໍ?. ເໝືອນເດີມຢາກໃຫ້ເປັນຢ່າງແລກ ຫຼື ຢ່າງສອງ ຖ້າເປັນຢ່າງສາມກໍ່ຫວັງວ່າລາວຈະໂລ່ງໃຈທີ່ບໍ່ເຫັນຂ້ອຍຕາມໄປແລ້ວ.
ຂ້ອຍຄິດມາຕະຫຼອດທາງ ແຕ່ບໍ່ໄດ້ຄິດຈົນສຸດເພາະຄອຍສັງເກດເດັກຊາຍຢູ່. ນີ້ຂ້ອຍກຳລັງເຮັດຫຍັງຢູ່? ນີ້ຂ້ອຍກຳລັງເປັນຄົນດີ ຫຼື ແສ້ງເປັນຄົນດີ? ຂ້ອຍຮູ້ສຶກຢາກຫົວຕົນເອງເລັກນ້ອຍທີ່ເອົາໃຈໃສ່ເດັກແປກໜ້ານີ້ ແຕ່ບໍ່ໄດ້ເອົາໃຈໃສ່ໃນໜ້າທີ່ອື່ນທີ່ຂ້ອຍຄວນເອົາໃຈໃສ່ຢ່າງເຕັມທີ່ແທ້ໆແດ່. ເໝືອນຕົນເອງກຳລັງເສແສ້ງ. ຂ້ອຍເຫັນແກ່ຕົວ “ຂ້ອຍຢາກຮູ້ສຶກສະບາຍໃຈທີ່ໄດ້ເຫັນລາວກັບຮອດເຮືອນແລ້ວ”.
Comments
Post a Comment