Posts

ຄວາມສຳພັນທີ່ປ່ຽນໄປ ແຕ່ມິດຕະພາບຍັງຄົງເດີມ

           ວ່າກັນວ່າ ເມື່ອອາຍຸຫຼາຍຂື້ນໝູ່ເພື່ອນທີ່ເຄີຍສະໜຸກເຮຮາຮ່ວມກັນຈະເລີ່ມຈາງຫາຍໄປ ແລະ ເຫຼືອຢູ່ບໍ່ເທົ່າໃດຄົນ. ມັນບໍ່ແມ່ນຄວາມຜິດຂອງໃຜ ພຽງແຕ່ພວກເຮົາເລີ່ມອອກເດີນທາງໄປສູ່ຊີວິດທີ່ກວ້າງຂື້ນເທົ່ານັ້ນເອງ. ແນວໃດກໍ່ຕາມ, ບາງຄັ້ງບາງຄາວເຮົາກໍ່ຈະຄອຍຫວນນຶກເຖິ່ງຊ່ວງເວລາໃນວັນວານນັ້ນ......ຊ່ວງເວລາແຫ່ງຄວາມໄຮ້ດຽງສາ....ເຫັນແກ່ຕົວ.....ບ້າບໍ....ຊ່າງໄຝ່ຝັນ.              ແສງທອງຕອນບ່າຍຫຼອດຜ່ານຕາມຮູປ່ອງຢ້ຽມເຂົ້າມາໃນຫ້ອງຮຽນ ພາໃຫ້ບັນຍາກາດໃນຫ້ອງອົບອຸ່ນແລະຜ່ອນຄາຍຂື້ນ. ເປັນທຳມະດາຂອງເດັກໃນໄວນີ້ທີ່ຈະເບື່ອໜ່າຍກັບການນັ່ງຈົດບົດຮຽນໄປແບບຜ່ານໆ ແລະ ຫາວນອນເປັນຢາວໆ. ທີ່ໂຕະລຳດັບສາມຕິດກັບຝາຂ້າງປະຕູທາງເຂົ້າ ຂ້ອຍກຳລັງຢືນຢູ່ ເພາະຕອບຄຳຖາມທີ່ຄູຍົກຂື້ນບໍ່ໄດ້......."ອ່າ...ເວລາທີ່ເຮົາບໍ່ສາມາດຕອບຄຳຖາມໄດ້ ມັນຮູ້ສຶກເກັງແນວນີ້ເອງ" ຂ້ອຍຄິດກັບຕົນເອງ.........ເວລາຜ່ານໄປບໍ່ຮອດນາທີ ເດັກຫຍິງແປກໜ້າທີ່ຂ້ອຍບໍ່ຮູ້ຈັກຢູ່ໂຕະດ້ານໜ້າຂອງຂ້ອຍກໍ່ລຸກຂື້ນ ແລະ ໃຫ້ຄຳຕອບທີ່ຖືກຕ້ອງ. ຂ້ອຍທວນຄືນຄຳຕອບຂອງລາວໃຫ້ຄູ ແລະ ໝູ່ໃນຫ້ອງຝັງແລ້ວກໍ່ໄດ້ນັ່ງລົງ. ຫຼັງຈາກນັ້ນບໍ່ດົນ ພໍຈື່ໄດ້ອີກທີ ຂ້ອຍ ແລະ ເດັກຫຍິງຄົ...

ຍ່າງໄປເລື້ອຍໆ

            ໃກ້ຮອດເວລາຫ້າໂມງແລງແລ້ວ ຂ້ອຍເລີ່ມຍ່າງອອກຈາກບ້ານມຸ່ງໜ້າໄປທີ່ສວນສາທາລະນະໜຶ່ງດຽວໃນເມືອງທີ່ທຸກຄົນມາໃຊ້ຮ່ວມກັນ. ແສງອາທິດສອດສ່ອງຜ່ານຍອດພູເຂົາເຂົ້າມາສູ່ຕົວເມືອງນ້ອຍໆຢູ່ໃນຫ່ອມພູຫຼວງ ແລະ ທ້ອງຟ້າສີຄາມອັນປອດໂປ່ງ ເປັນພາບຍາມແລງທີ່ຂ້ອຍຍັງຮູ້ສຶກຫຼົງໄຫຼທຸກໆຄັ້ງທີ່ຊົມເຫັນ. ຖະໜົນມີລົດແລ່ນຜ່ານໄປມາບໍ່ຂາດສາຍແຕ່ກໍ່ບໍ່ໄດ້ໜາແໜ້ນ, ຜູ້ຄົນກຳລັງກັບບ້ານຈາກບ່ອນເຮັດວຽກແລະຮ້ານຄ້າ. ສາຍລົມເບົາໆບວກກັບອາກາດເຢັນໆພັດມາກະທົບກັບໃບໜ້າຂອງຂ້ອຍ ຂະນະທີ່ກຳລັງຍ່າງຕາມຂ້າງຖະໜົນກັບສາຍຟັງຫູສັງເກດເບິ່ງລົດທີ່ແລ່ນຜ່ານໄປມາ ພໍຮູ້ສຶກຕົວອີກທີບົດເພງທີ່ຂ້ອຍພວມເພີດເພີນນຳກໍ່ປ່ຽນໄປສູ່ເພງໃໝ່ແລ້ວ.           ຂ້ອຍມາຮອດສວນສາທາລະນະກ່ອນເພື່ອນຂອງຂ້ອຍຕາມເຄີຍ. ຂ້ອຍເປັນຄົນທີ່ບໍ່ມັກການລໍຖ້າ ແຕ່ທີ່ບໍ່ມັກຍິ່ງກວ່າຄືການໃຫ້ຄົນອື່ນມາລໍຖ້າຂ້ອຍ. ມີສອງສາມຄັ້ງທີ່ລາວມາລໍຖ້າຂ້ອຍກ່ອນ ເຮັດໃຫ້ຂ້ອຍຮ້ອນຮົນຕ້ອງຮີບອອກໄປແລະຮູ້ສຶກຂໍໂທດ. ຂ້ອຍມານັ່ງຢູ່ບ່ອນນັ່ງພັກ ເບິ່ງພາບຮອບຕົວໄປເພີນໆ ແລະ ລະເມີຄິດໃນສິ່ງຕ່າງໆທີ່ຜ່ານເຂົ້າມາໃນຫົວບໍ່ເທົ່າໃດເພື່ອນຂອງຂ້ອຍກໍ່ປາກົດຕົວຢູ່ຕໍ່ໜ້າແລ້ວ. ການລໍຖ້າແບບນີ້ກໍ່ບໍ່ໄດ້ໜ້າເບ...

청춘기록 / Record of Youth (ບັນທຶກໄວໜຸ່ມ)

                ກ່ອນອື່ນເຮົາມາທຳຄວາມຮູ້ຈັກກັນເລັກນ້ອຍກ່ອນບໍ? ເຮົາເປັນຄົນໜຶ່ງທີ່ມັກເບິ່ງພາບພະຍົນໃນລະດັບໜຶ່ງເລີຍລະ. ເຮົາຄິດວ່າພາບພະຍົນກັບໜັງສືມີຄຸນຄ່າເທົ່າໆກັນ (ຫຼາຍໆຄັ້ງພາບພະຍົນກໍ່ຖືກດັດແປງມາຈາກໜັງສື), ເຖິງວ່າບາງຄົນອາດຈະເບິ່ງວ່າການອ່ານໜັງສືເປັນການໃຊ້ເວລາທີ່ຄຸ້ມຄ່າກວ່າການເບິ່ງພາບພະຍົນ ເພາະມັນເປັນການອ່ານເອົາຄວາມຮູ້, ແຕ່ການຮຽນຮູ້ສາມາດເຮັດໄດ້ຈາກຫຼາຍຮູບແບບ ເຊິ່ງການເບິ່ງແລະການຟັງກໍ່ເປັນໜຶ່ງໃນນັ້ນເຊັ່ນກັນ. ສະນັ້ນ, ໃນບົດຂຽນນີ້ເຮົາຈະມາເລົ່າຄວາມປະທັບໃຈແລະບົດຮຽນທີ່ໄດ້ຈາກການເບິ່ງພາບພະຍົນເກົາຫຼີເລື່ອງ 청춘기록 / Record of Youth ເຊິ່ງພາສາລາວແປວ່າ ບັນທຶກໄວໜຸ່ມ.           ເນື້ອເລື່ອງແມ່ນການຕໍ່ສູ້ເພື່ອໃຫ້ໄປເຖິງຄວາມຝັນຂອງຕົນເອງຂອງຕົວລະຄອນ ຊາຮເຍຈຸນ ສະແດງໂດຍ ຟາກໂບກອມ (박보검) ມີຄວາມຝັນຢາກເປັນສິນລະປິນ (ນາຍແບບແລະນັກສະແດງ) ແລະ ອັນຈອງຮາ ສະແດງໂດຍ ຟາກໂຊດາມ (박소담) ມີເປົ້າໝາຍໃນການມີຊີວິດທີ່ໝັ້ນຄົງແລະສ້າງແບຣນເຄື່ອງສຳອາງຂອງຕົນເອງ. ໂດຍສ່ວນຕົວແລ້ວເຮົາວ່າພາບພະຍົນເລື່ອງນີ້ຖ່າຍທອດໃຫ້ເຮົາໄດ້ເຫັນຫຼາຍມຸມອງຂອງຊີວິດ ເຊິ່ງມີທັງດ້ານຄອບຄົວ, ຄວາມຮັກ, ແລະ ການເຮັດຕາມ...