ເລື່ອງສັ້ນ The Mist and ∞: ການປະຈົນໄພສູ່ເມືອງແຫ່ງມ່ານໝອກ
“ຊ່ວງນີ້ດິນແດນຂອງເຈົ້າເປັນແນວໃດ?” ພວກເຮົາມັກຈະທັກຖາມກັນເປັນບາງຄັ້ງຄາວ, ມັນກາຍເປັນສັນຍາລັກໜຶ່ງຂອງຄົນໃນວົງສົນທະນານີ້ໄປແລ້ວ ເຊິ່ງຂ້ອຍຖືວ່າມັນເປັນສິ່ງທີ່ແປກໃໝ່ ແລະ ເປັນເອກະລັກດີ. ແຕ່ມັນກໍ່ເລີ່ມລະເຫີຍຫາຍເມື່ອເວລາຜ່ານໄປ. ຂ້ອຍຍັງກັບເຂົ້າໄປໃນເມືອງເປັນບາງເວລາ. ບາງຊ່ວງດົນໆຄັ້ງ ແລະ ບາງຊ່ວງກໍ່ຄ່ອນຂ້າງບ່ອຍ, ເໝືອນກັບຊ່ວງນີ້ທີ່ຂ້ອຍກຳລັງຢູ່ໃນຊ່ວງພັກຮຽນລະດູໜາວ. ຊ່ວງນີ້ນັກຮຽນຄົນອື່ນພາກັນກັບບ້ານໄປຢ້ຽມຢາມຄອບຄົວ ຂ້ອຍເລີຍໄດ້ພົບພໍ້ກັບຜູ້ຄົນໜ້ອຍລົງ(ເຊິ່ງໃນຊ່ວງເປີດສົກຮຽນຂ້ອຍກໍ່ບໍ່ໄດ້ປະຕິສຳພັນກັບຜູ້ຄົນຫຼາຍຢູ່ດີ). ສິ່ງຫຼັກໆທີ່ຂ້ອຍເຮັດໃນຊ່ວງນີ້ມີຢູ່ສາມຢ່າງ: ໜຶ່ງ, ເຮັດວຽກທີ່ຫໍສະໝຸດໂຮງຮຽນ. ເຖິ່ງວ່າຂ້ອຍໄດ້ເຮັດວຽກນີ້ມາໜຶ່ງເທີມແລ້ວ ແຕ່ຖ້າໃຫ້ເວົ້າຕົງໆຂ້ອຍເກືອບບໍ່ໄດ້ຮຽນຮູ້ຫຍັງຫຼາຍກ່ຽວກັບຫໍສະໝຸດເລີຍ ຈົນຕອນນີ້ຈຶ່ງໄດ້ເຫັນພາບຊັດວ່າລະບົບຂອງຫໍສະໝຸດເຮັດວຽກແນວໃດ. ແນວໃດກໍ່ຕາມ, ສິ່ງທີ່ຂ້ອຍໄດ້ເຮັດກໍ່ຍັງຖືວ່າເປັນພຽງເສດສ້ຽວເລັກນ້ອຍເທົ່ານັ້ນ. ຂ້ອຍເລີ່ມເຮັດວຽກແຕ່ 9 ໂມງເຊົ້າຈົນເຖິ່ງ 5 ໂມງແລງ. 7 ຊົ່ວໂມງຕໍ່ມື້, ເໝືອນກັບການໄດ້ເຮັດວຽກເຕັມຕົວ ເວລາກັບມາຮອດຫໍຂ້ອຍກະບໍ່ມີຮ່ຽວແຮງທີ່ຈະເຮັດຫຍັງຕໍ່ແລ້ວ. ນອກຈາກ...